ຂ່າວເດັ່ນ

ທ່ານເລຂາທິການໃຫຍ່ ໂຕເລິມ: ເລີ່ມປະຕິບັດໜ້າທີ່ໃຫຍ່ຂອງພັກໃນໄລຍະໃໝ່ໃນທັນທີ

ທ່ານເລຂາທິການໃຫຍ່ ໂຕເລິມ: ເລີ່ມປະຕິບັດໜ້າທີ່ໃຫຍ່ຂອງພັກໃນໄລຍະໃໝ່ໃນທັນທີ

(VOVWORLD) - ບໍ່ພຽງແຕ່ແມ່ນຜົນງານມີລກສະນະເວລາເທົ່ານັ້ນ, ຫາກນັ້ນຍັງແມ່ນໄລຍະທາງອັນຍາວໄກຂອງວິວັດການປະຕິວັດທີ່ເຕັມໄປດ້ວຍຄວາມເສຍສະຫຼະ, ລຳບາກກາກກຳ, ປະດິດຄິດສ້າງ ແລະ ພັດທະນາ.

(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ)

        ຕອນເຊົ້າວັນທີ 04 ມີນາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຮັດວຽກກັບໜ່ວຍຮຽບຮຽງສະຫຼຸບ 100 ປີແຫ່ງວັນພັກນຳພາການປະຕິວັດ ຫວຽດນາມ ແລະ 40 ປີແຫ່ງການປະຕິບັດໂຄງການການເມືອງສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ.

        ສະຫຼຸບທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ຫວຽດນາມ ພວມກະກຽມໃຫ້ແກ່ຂີດໝາຍປະຫວັດສາດພິເສດ ນັ້ນແມ່ນສະເຫຼີມສະຫຼອງ 100 ປີຂອງປະເທດຊາດ ພາຍໃຕ້ການຊີ້ນຳຂອງພັກກອມມູນິດ ຫວຽດນາມ (1930 – 2030) ແລະ 40 ປີແຫ່ງວັນປະຕິບັດໂຄງການການເມືອງສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ (1991 – 2031). ນີ້ບໍ່ພຽງແຕ່ແມ່ນຜົນງານມີລັກສະນະເວລາເທົ່ານັ້ນ, ຫາກນັ້ນຍັງແມ່ນໄລຍະທາງອັນຍາວໄກຂອງວິວັດການປະຕິວັດທີ່ເຕັມໄປດ້ວຍຄວາມເສຍສະຫຼະ, ລຳບາກກາກກຳ, ປະດິດຄິດສ້າງ ແລະ ພັດທະນາ. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:

        “ວຽກງານນີ້ບໍ່ພຽງແຕ່ຮັບໃຊ້ຄວາມຮຽກຮ້ອງສະເຫຼີມສະຫຼອງເທົ່ານັ້ນ, ຫາກສຳຄັນກວ່າແມ່ນກະກຽມພື້ນຖານທິດສະດີ ແລະ ພຶດຕິກຳຕົວຈິງໃຫ້ແກ່ບັນດາລັດຖະນະໂຍບາຍຍຸດທະສາດຊີ້ຂາດໃນໄລຍະພັດທະນາໃໝ່, ມຸ່ງໄປເຖິງປີ 2045 ແລະ ໄກກວ່າອີກ, ກຳນົດທິດການນຳພາພັດທະນາປະເທດຊາດຮອດປີ 2130. ຍ້ອນເຫດນັ້ນ, ນີ້ຕ້ອງແມ່ນບັ້ນດຳເນີນຊີວິດດ້ານການເມືອງຢ່າງເລິກເຊິ່ງ, ກວ້າງຂວາງ, ມີການເຂົ້າຮ່ວມສະຫຼຸບຂອງທົ່ວລະບົບການເມືອງ, ຈາກບັນດາຄະນະ, ກະຊວງ, ຂະແໜງການ, ໝູ່ຄະນະສູນກາງ ຕະຫຼອດຮອດທ້ອງຖິ່ນໃນທົ່ວປະເທດອີກດ້ວຍ”.

        ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ສະເໜີໃຫ້ສະພາທິດສະດີສູນກາງ ສືບຕໍ່ລະດົມນັກຊ່ຽວຊານ, ນັກວິທະຍາສາດ, ນັກປະຫວັດສາດ… ເຂົ້າຮ່ວມການສະຫຼຸບຕື່ມອີກ, ຍູ້ແຮງວຽກງານໂຄສະນາ, ສຶກສາທິດສະດີການເມືອງກ່ຽວກັບປະຫວັດສາດຂອງພັກ ສ້າງຄວາມເຫັນດີເຫັນພ້ອມຢ່າງເລິກເຊິ່ງ, ກວ້າງຂວາງໃນປະຊາຊົນທຸກຊັ້ນວັນນະ ແລະ ໃນທົ່ວສັງຄົມອີກດ້ວຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.