ຂ່າວເດັ່ນ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຜູ້ຊ່ວຍວຽກປະທານາທິບໍດີ, ປະທານສະພາທະເລສະຫະພັນ ລັດເຊຍ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຜູ້ຊ່ວຍວຽກປະທານາທິບໍດີ, ປະທານສະພາທະເລສະຫະພັນ ລັດເຊຍ

(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ສະພາທະເລ ລັດເຊຍ ສະໜັບສະໜູນ ແລະ ຊຸກຍູ້ການຮ່ວມມືກັບ ຫວຽດນາມ ກ່ຽວກັບການຄົ້ນຄວ້ານະໂຍບາຍທະເລ, ຄົ້ນຄວ້າວິທະຍາສາດທະເລ ແລະ ມະຫາສະໝຸດ, ພັດທະນາລະບົບພື້ນຖານໂຄງລ່າງທະເລ

ທີ່ການຕ້ອນຮັບ
(ພາບ: dangcongsan.vn)

ວັນທີ 16 ກັນຍາ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບຜູ້ຊ່ວຍວຽກປະທານາທິບໍດີ, ປະທານສະພາທະເລສະຫະພັນ ລັດເຊຍ ທ່ານ Nikolai Patrusev, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 15 – 18 ກັນຍາ.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ສະພາທະເລ ລັດເຊຍ ສະໜັບສະໜູນ ແລະ ຊຸກຍູ້ການຮ່ວມມືກັບ ຫວຽດນາມ ກ່ຽວກັບການຄົ້ນຄວ້ານະໂຍບາຍທະເລ, ຄົ້ນຄວ້າວິທະຍາສາດທະເລ ແລະ ມະຫາສະໝຸດ, ພັດທະນາລະບົບພື້ນຖານໂຄງລ່າງທະເລ, ບັນດາເສັ້ນທາງຄົມມະນາຄົມຂົນສົ່ງທາງທະເລ; ໜູນຊ່ວຍ ຫວຽດນາມ ໃນການຄຸ້ມຄອງ ແລະ ຂຸດຄົ້ນທະເລແບບຍືນຍົງ, ມີປະສິດທິຜົນ ສອດຄ່ອງກັບຜົນປະໂຫຍດຂອງແຕ່ລະຝ່າຍ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ ລັດເຊຍ ສະໜັບສະໜູນຫຼັກໝັ້ນ, ທັດສະນະຂອງ ຫວຽດນາມ ແລະ ອາຊຽນ ກ່ຽວກັບທະເລຕາເວັນອອກ, ບົນພື້ນຖານເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982).

ສ່ວນທ່ານ Nikolai Patrusev ຢືນຢັນວ່າ, ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ຮ່ວມມືກັນຢ່າງແໜ້ນແຟ້ນໃນການສ້າງບັນດາເສັ້ນທາງທະເລສາກົນໃຫ້ສົມບູນແບບ, ໃນນັ້ນນຳໃຊ້ບັນດາທ່າກຳປັ່ນນ້ຳເລິກຂອງ ຫວຽດນາມ ຄືດັ່ງສູນການສາງ.

ເນື່ອງໃນໂອກາດນີ້, ທ່ານ Nikolai Patrusev ໄດ້ປະດັບຫຼຽນກາ “ເພື່ອການຮ່ວມມືໃນຂົງເຂດທະເລ”ໃຫ້ທ່ານເລຂາທິການໃຫຍ່ ໂຕເລິມ.

ໃນວັນດຽວກັນ, ຢູ່ທຳນຽບປະທານປະເທດ, ທີ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກໍ່ໄດ້ໃຫ້ການຕ້ອນຮັບຜູ້ຊ່ວຍວຽກປະທານາທິບໍດີ, ປະທານສະພາທະເລສະຫະພັນ ລັດເຊຍ ທ່ານ Nikolai Patrusev ເຊັ່ນດຽວກັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.