ຂ່າວເດັ່ນ

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະເຈລະຈາກັບທ່ານ Woo Won Sik, ປະທານສະພາແຫ່ງຊາດ ສ.ເກົາຫຼີ

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະເຈລະຈາກັບທ່ານ Woo Won Sik, ປະທານສະພາແຫ່ງຊາດ ສ.ເກົາຫຼີ

(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ 2 ຝ່າຍຜັນຂະຫຍາຍບັນດາກົນໄກຮ່ວມມືໃຫ້ມີປະສິດທິຜົນ

ທ່ານເລຂາທິການໃຫຍ່ ໂຕເລິມ, ພົບປະເຈລະຈາກັບທ່ານ Woo Won Sik, ປະທານສະພາແຫ່ງຊາດ ສ.ເກົາຫຼີ
(ພາບ: TTXVN)

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ, ແຕ່ວັນທີ 10 – 13 ສິງຫາ, ຕອນບ່າຍວັນທີ 12 ສິງຫາ, ຢູ່ນະຄອນຫຼວງ ເຊີອຸນ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ດຳເນີນການພົບປະເຈລະຈາກັບທ່ານ Woo Won Sik, ປະທານສະພາແຫ່ງຊາດ ສ.ເກົາຫຼີ.

ທີ່ການພົບປະເຈລະຈາ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້  2 ຝ່າຍຜັນຂະຫຍາຍບັນດາກົນໄກຮ່ວມມືໃຫ້ມີປະສິດທິຜົນ, ຄື: ສືບຕໍ່ເປີດປະຕູໃຫ້ແກ່ສິນຄ້າສົ່ງອອກຂອງ ຫວຽດນາມ ເຂົ້າຕະຫຼາດ ສ.ເກົາຫຼີ, ປະຕິບັດສຳເລັດເປົ້າໝາຍຍົກວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນລະດັບ 150 ຕື້ USD ໃນປີ 2030 ໂດຍໄວ; ເອົາໃຈໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ເຊື່ອມຕົວ, ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ສ.ເກົາຫຼີ; ພິເສດ, ສ້າງເງື່ອນໄຂໃຫ້ແກ່ຊາວ ສ.ເກົາຫຼີ ເຊື້ອຊາດ ຫວຽດນາມ ກາຍເປັນສະມາຊິກລັດຖະສະພາ ສ.ເກົາຫຼີ ໃນໄລຍະຈະມາເຖິງ.

ສ່ວນທ່ານ Woo Won Sik, ປະທານສະພາແຫ່ງຊາດ ເຊື່ອໝັ້ນວ່າ, ຈະປະຕິບັດສຳເລັດບັນດາເປົ້າໝາຍຮອດປີ 2045 ກ່າຍເປັນປະເທດພັດທະນາມີລາຍຮັບສູງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.