ຂ່າວເດັ່ນ

ທ່ານເລຂາທິການໃຫຍ່ ໂຕເລິມ ສິ້ນສຸດການໄປປະຕິບັດງານຢູ່ ສ.ເກົາຫຼີ

ທ່ານເລຂາທິການໃຫຍ່ ໂຕເລິມ ສິ້ນສຸດການໄປປະຕິບັດງານຢູ່ ສ.ເກົາຫຼີ

(VOVWORLD) - ໃນການຢ້ຽມຢາມ 4 ວັນຢູ່ ສ.ເກົາຫຼີ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີລາຍການເຮັດວຽກທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ

ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ  ແລະ ພັນລະຍາ
(ພາບ: TTXVN)

        ຕອນຄ່ຳວັນທີ 13 ສິງຫາ, ເຮືອບິນນຳສົ່ງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ທາງລັດຖະກິດ, ແຕ່ວັນທີ 10 – 13 ສິງຫາ, ຕາມຄຳເຊີນຂອງທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ.

        ໃນການຢ້ຽມຢາມ 4 ວັນຢູ່ ສ.ເກົາຫຼີ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີລາຍການເຮັດວຽກທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ ດ້ວຍບັນດາການພົບປະເຈລະຈາ, ສົນທະນາ, ພົບປະກັບການນຳຂັ້ນສູງ ສ.ເກົາຫຼີ, ວົງການນັກການເມືອງ, ອົງການຈັດຕັ້ງເສດຖະກິດ, ວັດທະນະທຳ…

        ໃນຂອບເຂດການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ, 2 ຝ່າຍໄດ້ລົງນາມເອກະສານຮ່ວມມື 50 ສະບັບລະຫວ່າງບັນດາກະຊວງ, ຂະແໜງການ, ອົງການ, ວິສາຫະກິດ ແລະ ທ້ອງຖິ່ນຂອງ 2 ປະເທດ ກ່ຽວກັບການຮ່ວມມືໃນຂົງເຂດພະລັງງານ, ອຸດສາຫະກຳ, ພື້ນຖານໂຄງລ່າງດີຈີຕອນ, ການຫັນເປັນດີຈີຕອນ, ການເງິນ, ທະນາຄານ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ເພີ່ມທະວີການຮ່ວມມືລະຫວ່າງທ້ອງຖິ່ນຂອງ ຫວຽດນາມ ແລະ ວິສາຫະກິດ ສ.ເກົາຫຼີ.

This site is protected by reCAPTCHA and the Google Privacy Policy and Terms of Service apply.