ຂ່າວເດັ່ນ

ທ່ານເລຂາທິການໃຫຍ່ ໂຕເລິມ ຢ້ຽມຢາມ ສ.ບຸນກາຣີ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່ ໂຕເລິມ ຢ້ຽມຢາມ ສ.ບຸນກາຣີ ຢ່າງເປັນທາງການ

(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມກັບທ່ານປະທານາທິບໍດີ Rumen Radev ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ວາງພວງມາລາອາໄລຫາບັນດານັກຮົບນິລະນາມຢູ່ອານຸສາວະລີນັກຮົບນິລະນາມ.

(ພິທີຕ້ອນຮັບ ທ່ານ ໂຕເລິມ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ)

ຕອນເຊົ້າວັນທີ 23 ຕຸລາ (ຕາມເວລາທ້ອງຖິ່ນ), ພິທີຕ້ອນຮັບ ທ່ານ ໂຕເລິມ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ້ຽມຢາມ ສ.ບຸນກາຣີ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ອາສະນະວິຫານ  Alexander Nevski, ໃຈກາງນະຄອນຫຼວງ Sofia (ບຸນກາຣີ), ທ່ານ Rumen Radev ປະທານາທິບໍດີ ສ.ບຸນກາຣີ ແລະ ພັນລະຍາເປັນປະທານພິທີຕ້ອນຮັບ.

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມກັບທ່ານປະທານາທິບໍດີ Rumen Radev ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ວາງພວງມາລາອາໄລຫາບັນດານັກຮົບນິລະນາມຢູ່ອານຸສາວະລີນັກຮົບນິລະນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.