ຂ່າວເດັ່ນ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ລາວດ້ວຍຜົນສຳເລັດອັນດີງາມ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ລາວດ້ວຍຜົນສຳເລັດອັນດີງາມ

(VOVWORLD) -ຕອນບ່າຍວັນທີ 25 ກຸມພາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ເປັນເຈົ້າພາບໃນພິທີສົ່ງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມເດີນທາງອອກຈາກ ນະຄອນຫຼວງ ວຽງຈັນ ໄປຢ້ຽມຢາມທາງລັດຖະກິດລາຊະອານາຈັກ ກຳປູເຈຍ.

 ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ສືບຕໍ່ພັດທະນາ,

ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ ໃນຫຼາຍຂົງເຂດ

(ພາບ: TTXVN)

ເມື່ອສິ້ນສຸດການຢ້ຽມຢາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ສົ່ງໂທລະເລກສະແດງຄວາມຂໍຂອບໃຈ ທ່ານ ເລຂາທິການໃຫຍ່, ປະທານປະເທດ ສປປ. ລາວ ບຸນຍັງ ວໍລະຈິດ. ໃນໂທລະເລກ, ທ່ານ ຫງວຽນຟູຈ້ອງ ຢັ້ງຢືນວ່າ: ພວກຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ໝາກຜົນຂອງການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິແບບເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ສືບຕໍ່ພັດທະນາ, ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ ໃນຫຼາຍຂົງເຂດ, ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງປະເທດ, ເພື່ອ ສັນຕິພາບ ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.