ຂ່າວເດັ່ນ

ທ່ານຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນ​ຕີ ອະ​ນຸ​ມັດ​ຜ່ານ​ຍຸດ​ທະ​ສາດ​ຂໍ້​ມູນ​ຢູ່​ສູນ​ຂໍ້​ມູນ​ແຫ່ງ​ຊາດ

ທ່ານຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນ​ຕີ ອະ​ນຸ​ມັດ​ຜ່ານ​ຍຸດ​ທະ​ສາດ​ຂໍ້​ມູນ​ຢູ່​ສູນ​ຂໍ້​ມູນ​ແຫ່ງ​ຊາດ

(VOVWORLD) - ປົ້າໝາຍລວມຂອງຍຸດທະສາດແມ່ນກໍ່ສ້າງ, ສ້າງຕັ້ງ ແລະ ພັດທະນາຖານຂໍ້ມູນສັງລວມແຫ່ງຊາດ, ປະຕິບັດການປະສານງານ, ວິເຄາະ, ພັດທະນາຂຸດຄົ້ນນະວັດຕະກຳ, ການຮ່ວມມືສາກົນກ່ຽວກັບຂໍ້ມູນ ຮັບໃຊ້ໃຫ້ແກ່ການພັດທະນາລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ.

ພິທີເປີດນຳໃຊ້ສູນຂໍ້ມູນແຫ່ງຊາດເລກ 1 (ພາບ: VOV)

ຕາມຂໍ້ຕົກລົງວ່າດ້ວຍຍຸດທະສາດຂໍ້ມູນ ຢູ່ສູນຂໍ້ມູນແຫ່ງຊາດ ໂດຍທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ອະນຸມັດຜ່ານໃນວັນທີ 18 ສິງຫາ ແລ້ວ, ເປົ້າໝາຍລວມຂອງຍຸດທະສາດແມ່ນກໍ່ສ້າງ, ສ້າງຕັ້ງ ແລະ ພັດທະນາຖານຂໍ້ມູນສັງລວມແຫ່ງຊາດ, ປະຕິບັດການປະສານງານ, ວິເຄາະ, ພັດທະນາຂຸດຄົ້ນນະວັດຕະກຳ, ການຮ່ວມມືສາກົນກ່ຽວກັບຂໍ້ມູນ ຮັບໃຊ້ໃຫ້ແກ່ການພັດທະນາລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ. ພ້ອມດຽວກັນນັ້ນ, ກໍສ້າງບັນດາລະບົບຂໍ້ມູນທີ່ໜ້າໄວ້ເນື້ອເຊື່ອໃຈ, ແນ່ນອນ, ປອດໄພ, ຮັກສາຄວາມລັບຂອງລັດ ແລະ ວິສາຫະກິດ; ສ້າງບັນດາຄຸນຄ່າໃໝ່, ຜະລິດຕະພັນການບໍລິການໃໝ່ ແລະ ກຳລັງໜູນໃໝ່ແກ່ການພັດທະນາເສດຖະກິດ - ສັງຄົມ.

ເປົ້າໝາຍຮອດປີ 2030, ບັນດາຮາກຖານຂໍ້ມູນແຫ່ງຊາດ, ຮາກຖານຂໍ້ມູນສະເພາະຂະແໜງ 100% ຈະໄດ້ຮັບການເຊື່ອມຕໍ່, ປະມວນ, ແບ່ງປັນກັບຖານຂໍ້ມູນສັງລວມແຫ່ງຊາດຢ່າງຄົບຊຸດ; ລະບຽບການບໍລິຫານໄດ້ຮັບການສະໜອງແບບທາງໄກ 90%; ປະຊາຊົນ ແລະ ວິສາຫະກິດ ນຳໃຊ້ການບໍລິການສາທະລະນະແບບທາງໄກ 100% ແລະ ຈຳນວນປະຊາຊົນ, ວິສາຫະກິດເຂົ້າຮ່ວມລະບົບລັດຖະບານເອເລັກໂຕນິກ 90%.

ຮອດທ້າຍປີ 2030, ສ້າງສຳເລັດ ແລະ ນຳສູນຂໍ້ມູນແຫ່ງຊາດເລກ 2 ເຂົ້າໃຊ້ງານ ແລະ ສືບຕໍ່ຜັນຂະຫຍາຍການສ້າງສູນຂໍ້ມູນແຫ່ງຊາດເລກ 3.

This site is protected by reCAPTCHA and the Google Privacy Policy and Terms of Service apply.