ຂ່າວເດັ່ນ

ທ່ານຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນ​ຕີ: ​ການສັບ​ຊ້ອນ​ໜ່ວຍ​ບໍ​ລິ​ການ​ສາ​ທາ​ລະ​ນະ ຕ້ອງ​ໃກ້​ຊິດ​ຕິດ​ແທດ​ກັບ​ຄວາມ​ຮຽກ​ຮ້ອງ​ຕົວ​ຈິງ

ທ່ານຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນ​ຕີ: ​ການສັບ​ຊ້ອນ​ໜ່ວຍ​ບໍ​ລິ​ການ​ສາ​ທາ​ລະ​ນະ ຕ້ອງ​ໃກ້​ຊິດ​ຕິດ​ແທດ​ກັບ​ຄວາມ​ຮຽກ​ຮ້ອງ​ຕົວ​ຈິງ

(VOVWORLD) - ຕອນຄ່ຳວັນທີ 06 ຕຸລາ, ຢູ່ສຳນັກງານນາຍົກ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳຂອງລັດຖະບານກ່ຽວກັບການສະຫຼຸບມະຕິສະບັບເລກທີ 18 ກ່ຽວກັບການສັບຊ້ອນໜ່ວຍບໍລິການສາທາລະນະ ທີ່ຂຶ້ນກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ.

 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: VOV)

ເມື່ອກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັ້ກວ່າ ເປົ້າໝາຍຂອງມະຕິແມ່ນການເຮັດໃຫ້ກົງຈັກຂອງລະບົບການເມືອງກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ, ຍົກສູງລັກສະນະເປັນເຈົ້າການ, ຍົກສູງຄຸນນະພາບການອອກແຮງງານ, ເພີ່ມຄຸນນະພາບການບໍລິການສາທາລະນະ, ຮັບໃຊ້ປະຊາຊົນ, ວິສາຫະກິດ, ຫຼຸດຜ່ອນການໃຊ້ຈ່າຍງົບປະມານຂອງລັດ, ພ້ອມດຽວກັນນັ້ນ ກໍເພີ່ມລະດັບການຊົມໃຊ້ ແລະ ການເຂົ້າຮ່ວມຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງພາຍໃນ ແນະນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ປະຕິບັດການສັບຊ້ອນຫົວໜ່ວຍສະເພາະກິດ, ລັດວິສາຫະກິດ ເພື່ອແນໃສ່ເປົ້າໝາຍຮັບໃຊ້ປະຊາຊົນໃຫ້ດີທີ່ສຸດ, ປະກອບສ່ວນຍົກສູງຊີວິດການເປັນຢູ່ດ້ານວັດຖຸ, ຈິດໃຈຂອງປະຊາຊົນ… ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ:

“ບົນເນື້ອໃນຈິດໃຈທີ່ວ່າຊີວິດຂອງປະຊາຊົນຕ້ອງໄດ້ຮັບການຍົກສູງຂຶ້ນ, ໃນນັ້ນ ມີການກວດ, ປິ່ນປົວພະຍາດ ແລະ ສິດໄດ້ຮ່ຳຮຽນ. ອີງໃສ່ສະພາບຕົວຈິງ, ຕ້ອງເລີ່ມມາຈາກສະພາບຕົວຈິງເພື່ອກວດສຸຂະພາບ ປິ່ນປົວພະຍາດໃຫ້ແກ່ປະຊາຊົນໃຫ້ດີທີ່ສຸດ. ຕ້ອງແບ່ງຂັ້ນໃຫ້ທ້ອງຖິ່ນ ໂດຍອີງໃສ່ເງື່ອນໄຂຕົວຈິງ. ສ່ວນເປົ້າໝາຍແມ່ນຕ້ອງຮັບປະກັນການກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນຢ່າງສະດວກທີ່ສຸດ, ຮັບປະກັນໃຫ້ນັກຮຽນໄດ້ໄປໂຮງຮຽນ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.