ຂ່າວເດັ່ນ

ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ຫງວຽນ​ຮົ່ງ​ຢຽນ ເຮັດ​ວຽກ​ກັບ​ການ​ນຳຫຼາຍ​ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຂອງ ອາ​ເມ​ລິ​ກາ

ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ຫງວຽນ​ຮົ່ງ​ຢຽນ ເຮັດ​ວຽກ​ກັບ​ການ​ນຳຫຼາຍ​ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຂອງ ອາ​ເມ​ລິ​ກາ

(VOVWORLD) - ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການປະຕິບັດງານຢູ່ ອາເມລິກາ, ໃນວັນທີ 10 – 11 ມິຖຸນາ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໄດ້ເຮັດວຽກກັບການນຳຫຼາຍກຸ່ມບໍລິສັດໃຫຍ່ຂອງ ອາເມລິກາ, ເຊັ່ນ: Exxon Mobil, Nike, Walmart.

ການເຮັດວຽກກັບກຸ່ມບໍລິສັດ Exxon Mobil

  ທີ່ການເຮັດວຽກກັບການນຳກຸ່ມບໍລິສັດ Exxon Mobil, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ສະເໜີໃຫ້ Exxon Mobil ສືບຕໍ່ຜັນຂະຫຍາຍໂຄງການພັດທະນາບໍ່ອາຍແກັດ Blue Whale ໃນໄລຍະປັດຈຸບັນໃຫ້ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ ແລະ ສັນຍານ້ຳມັນອາຍແກັດທີ່ໄດ້ລົງນາມ.

        ໃນການເຮັດວຽກກັບການນຳກຸ່ມບໍລິສັດ Nike, ສອງຝ່າຍໄດ້ແບ່ງປັນຄວາມວິຕົກກັງວົນກ່ຽວກັບຜົນກະທົບຈາກນະໂຍບາຍພາສີໃນປັດຈຸບັນຕໍ່ລະບົບສະໜອງທົ່ວໂລກຂອງ Nike ກໍຄືຜົນປະໂຫຍດຂອງຜູ້ບໍລິໂພກ ອາເມລິກາ; ຈາກນັ້ນກໍ່ສະເໜີການກຳນົດທິດໜູນຊ່ວຍຈຳນວນທີ່ເໝາະສົມຕໍ່ການເຄື່ອນໄຫວຂອງ Nike  ຢູ່ ຫວຽດນາມ.

        ກ່ຽວກັບບັນດາກຸ່ມບໍລິສັດ ອາເມລິກາ, ການນຳ Exxon Mobil, Nike, Walmart ລ້ວນແຕ່ຕີລາຄາສູງບັນດານະໂຍບາຍປະຕິຮູບຫວ່າງມໍ່ໆມານີ້ຂອງ ຫວຽດນາມ ຕໍ່ສະພາບແວດລ້ອມດຳເນີນທຸລະກິດ - ລົງທຶນ; ໃຫ້ຄຳໝັ້ນສັນຍາສົ່ງສານທີ່ຕັ້ງໜ້າກ່ຽວກັບ ຫວຽດນາມ ເຖິງທຳນຽບຂາວ, ອົງການຕາງໜ້າດ້ານດ້ານການຄ້າ ອາເມລິກາ, ກະຊວງການຄ້າ ແລະ ກະຊວງພະລັງງານ ອາເມລິກາ ເພື່ອແນໃສ່ສະໜັບສະໜູນ ຫວຽດນາມ ໃນວິວັດທະນາການເຈລະຈາກັບ ອາເມລິກາ.

ນັກຂ່າວ VOV ປະຈຳ ອາເມລິກາ


This site is protected by reCAPTCHA and the Google Privacy Policy and Terms of Service apply.