ຂ່າວເດັ່ນ

ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ເຂົ້າຮ່ວມກອງປະຊຸມແບບວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ

ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ເຂົ້າຮ່ວມກອງປະຊຸມແບບວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ

(VOVWORLD) - ທີ່ການທາບທາມຄວາມເຫັນ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ແບ່ງປັນການຕີລາຄາກ່ຽວກັບສະພາບການຢູ່ ມຽນມາ, ກໍຄືເລື່ອງ ມຽນມາ ດຳເນີນການເລືອກຕັ້ງທີ່ຜ່ານມາ.

(ທີ່ກອງປະຊຸມທາບທາມຄວາມເຫັນບໍ່ເປັນທາງການເປີດກວ້າງ ຂັ້ນລັດຖະມົນຕີການຕ່າງປະເທດ ອາຊຽນ)

        ໃນຂອບເຂດກອງປະຊຸມແບບວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ທີ່ຈັດຂຶ້ນຢູ່ Cebu, ຟີລິບປິນ, ວັນທີ 28 ມັງກອນ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທາບທາມຄວາມເຫັນບໍ່ເປັນທາງການເປີດກວ້າງ ຂັ້ນລັດຖະມົນຕີການຕ່າງປະເທດ ອາຊຽນ ກ່ຽວກັບການຜັນຂະຫຍາຍ ຄວາມເຫັນດີເຫັນພ້ອມ 5 ຈຸດກ່ຽວກັບ ມຽນມາ, ກໍ່ຄືດຳເນີນການພົບປະ 2 ຝ່າຍກັບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ.

        ທີ່ການທາບທາມຄວາມເຫັນ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ແບ່ງປັນການຕີລາຄາກ່ຽວກັບສະພາບການຢູ່ ມຽນມາ, ກໍຄືເລື່ອງ ມຽນມາ ດຳເນີນການເລືອກຕັ້ງທີ່ຜ່ານມາ. ບັນດາລັດຖະມົນຕີໄດ້ເນັ້ນໜັກເຖິງຄວາມເຫັນດີເຫັນພ້ອມ  5 ຈຸດ ສືບຕໍ່ແມ່ນຂອບການກຳນົດທິດນະໂຍບາຍຕົ້ນຕໍຂອງ ອາຊຽນ ໃນການໜູນຊ່ວຍ ມຽນມາ ແກ້ໄຂບັນຫາໃນປະຈຸບັນ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບປະທານ ຟິລິບປິນ ແລະ ບັນດາປະເທດສະມາຊິກຢ່າງແໜ້ນແຟ້ນ ສະເໜີຂໍ້ລິເລີ່ມ, ພິຈາລະນາມາດຕະການໃໝ່, ແນໃສ່ຊຸກຍູ້ການຜັນຂະຫຍາຍຄວາມເຫັນດີເຫັນພ້ອມ  5 ຈຸດ ຕໍ່ໜ້າບັນດາການຫັນປ່ຽນຢູ່ ມຽນມາ ໃນໄລຍະຜ່ານມາ.

        ເນື່ອງໃນໂອກາດນີ້, ໃນວັນດຽວກັນ ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ໄດ້ພົບປະກັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ກຳປູເຈຍ, ລັດຖະມົນຕີການຕ່າງປະເທດ ຟີລິບປິນ, ລັດຖະມົນຕີການຕ່າງປະເທດ ໄທ…

This site is protected by reCAPTCHA and the Google Privacy Policy and Terms of Service apply.