ຂ່າວເດັ່ນ

ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ໂອ້ລົມທາງໂທລະສັບກັບລັດຖະມົນຕີການຕ່າງປະເທດ ຟີລິບປິນ

ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ໂອ້ລົມທາງໂທລະສັບກັບລັດຖະມົນຕີການຕ່າງປະເທດ ຟີລິບປິນ

(VOVWORLD) - ລັດຖະມົນຕີ 2 ທ່ານໄດ້ເຫັນດີສືບຕໍ່ຍົກລະດັບການຮ່ວມມືໃນທຸກຂົງເຂດ, ນັບແຕ່ດ້ານການເມືອງ, ການທູດ ຕະຫຼອດຮອດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການພົບປະແລກປ່ຽນປະຊາຊົນ.

ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ
(ພາບ: TTXVN)

        ຕອນບ່າຍວັນທີ 25 ມີນາ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງ Maria Theresa Lazaro, ລັດຖະມົນຕີການຕ່າງປະເທດ ຟີລິບປິນ ເພື່ອແລກປ່ຽນກ່ຽວກັບການພົວພັນ 2 ຝ່າຍ ຫວຽດນາມ - ຟີລິບປິນ ແລະ ບັນຫາພາກພື້ນຈຳນວນໜຶ່ງທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ທີ່ການໂອ້ລົມທາງໂທລະສັບ, ລັດຖະມົນຕີ 2 ທ່ານໄດ້ເຫັນດີສືບຕໍ່ຍົກລະດັບການຮ່ວມມືໃນທຸກຂົງເຂດ, ນັບແຕ່ດ້ານການເມືອງ, ການທູດ ຕະຫຼອດຮອດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການພົບປະແລກປ່ຽນປະຊາຊົນ. 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ໃນທຸກຊ່ອງທາງ, ເສີມຂະຫຍາຍກົນໄກຮ່ວມມື 2 ຝ່າຍໃຫ້ມີປະສິດທິຜົນ, ໂດຍສະເພາະແມ່ນກົນໄກຄະນະກຳມະການປະສົມກ່ຽວກັບການຮ່ວມມື 2 ຝ່າຍ ຫວຽດນາມ - ຟີລິບປິນ, ສູ້ຊົນໃຫ້ວົງເງິນການຄ້າ 2 ຝ່າຍບັນລຸກວ່າ 10 ຕື້ USD ໂດຍໄວ.

        ທ່ານລັດຖະມົນຕີ ເລຮວ່າຍຈຸງ ຢືນຢັນວ່າ ຫວຽດນາມ ຈະສະໜັບສະໜູນ ຟີລິບປິນ ປະສົບຜົນສຳເລັດໃນການດຳລົງຕຳແໜ່ງປະທານ ອາຊຽນ ປີ 2026 ກໍ່ຄືບັນດາບຸລິມະສິດຂອງປີປະທານ ອາຊຽນ ເພື່ອປະຕິບັດຫົວຂໍ້ “ພ້ອມກັນມຸ່ງໄປເຖິງອະນາຄົດ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.