ຂ່າວເດັ່ນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເຮັດ​ວຽກ​ກັບ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ແຖວ​ໜ້າ​ຝ​ລັ່ງ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເຮັດ​ວຽກ​ກັບ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ແຖວ​ໜ້າ​ຝ​ລັ່ງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຮັດວຽກກັບກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງຝລັ່ງ ຈຳນວນໜຶ່ງເພື່ອຊຸກຍູ້ການຮ່ວມມື, ລົງທຶນເຂົ້າບັນດາຂົງເຂດ: ການບິນອາວະກາດ, ເຕັກໂນໂລຢີຂໍ້ມູນຂ່າວສານ...

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Wouter van Wersch ປະທານກຸ່ມບໍລິສັດ ການບິນ Airbus (ພາບ: TTXVN)

ໃນໂຄງການເຄື່ອນໄຫວສອງຝ່າຍຢູ່ ສ.ຝລັ່ງ, ວັນທີ 11 ມິຖຸນາ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ ປາຣີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຮັດວຽກກັບກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງຝລັ່ງ ຈຳນວນໜຶ່ງເພື່ອຊຸກຍູ້ການຮ່ວມມື, ລົງທຶນເຂົ້າບັນດາຂົງເຂດ: ການບິນອາວະກາດ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການຢາ, ເສັ້ນທາງລົດໄຟ, ພະລັງງານ.

ທີ່ການຕ້ອນຮັບທ່ານ Wouter van Wersch ປະທານກຸ່ມບໍລິສັດ ການບິນ Airbus ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ Airbus ຮ່ວມມື ໃນຂົງເຂດການບິນກັບ ຫວຽດນາມ ຢ່າງເລິກເຊິ່ງກວ້າງຂວາງກ່ວາອີກຜ່ານບັນດາສັນຍາຊື້ຂາຍເຮືອບິນ ດ້ວຍລາຄາທີ່ເໝາະສົມ, ມອບສິນຄ້າໂດຍໄວ, ຖ່າຍທອດເຕັກໂນໂລຢີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການຮັບປະກັນ, ບຳລຸງຮັກສາເຮືອບິນ, ໃນໄລຍະຍາວແມ່ນການຮ່ວມມືຄົ້ນຄ້ວາ, ຜະລິດເຄື່ອງອາໄຫຼ່ເຮືອບິນ, ຂຸດຄົ້ນອາວະກາດ.

ທີ່ການຕ້ອນຮັບທ່ານ Philippe Bardol ຜູ້ອຳນວຍການພາກພື້ນອາຊີ - ປາຊີຟິກຂອງ Safran, ກຸ່ມບໍລິສັດການບິນອາວະກາດນາໆຊາດຂອງຝລັ່ງ ກ່ຽວກັບການອອກແບບ, ພັດທະນາ ແລະ ຜະລິດເຄື່ອງຈັກເຮືອບິນ, ເຄື່ອງຈັກ ເຮີລີກອບເຕີ, ລະບົບຍູ້ເຮືອບິນອາວະກາດ ກໍ່ຄືວັດຖຸອຸປະກອນການບິນອາວະກາດອື່ນໆ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ Safran ເຂົ້າຮ່ວມໃນການໜູນຊ່ວຍພັດທະນາຂະແໜງການບິນ, ອາວະກາດຢູ່ ຫວຽດນາມໃນໄລຍະຈະມາເຖິງ, ແລກປ່ຽນ ແລະ ສົມທົບກັບກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ບັນດາອົງການ, ຄູ່ຮ່ວມມືອື່ນເພື່ອຫັນບັນດາການເຄື່ອນໄຫວຮ່ວມມືໃຫ້ເປັນອັນລະອຽດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.