ຂ່າວເດັ່ນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານກອງ​ທຶນ​ເງິນ​ຕາ​ສາ​ກົນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານກອງ​ທຶນ​ເງິນ​ຕາ​ສາ​ກົນ

(VOVWORLD) - ຕອນບ່າຍວັນທີ 27 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະພະນັກງານກອງທຶນເງິນຕາສາກົນ (IMF) ໂດຍທ່ານ Martin Sommer ເປັນຫົວໜ້າຄະນະ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ບັນຍາກາດການຕ້ອນຮັບ

ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຄະນະພະນັກງານ IMF ຮັບຊາບກ່ຽວກັບສະພາບການ ແລະ ກຳນົດທິດພັດທະນາຂອງ ຫວຽດນາມ ໃນໄລຍະຈະມາເຖິງ, ໃນນັ້ນ ຫວຽດນາມ ວາງເປົ້າໝາຍເຕີບໂຕບໍ່ພຽງແຕ່ອີງໃສ່ການກະຕຸ້ນຄວາມຕ້ອງການຂອງຜູ້ບໍລິໂພກເທົ່ານັ້ນ, ຫາກຍັງອີງໃສ່ພື້ນຖານແບບຍືນຍົງ, ລວມມີບັນດາປັດໄຈ, ເຊັ່ນ: ສ້າງລະບອບລະບຽບການໃຫ້ສົມບູນແບບ, ວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ, ສະມັດຕະພາບແຮງງານ ແລະ ກຳລັງຄວາມສາມາດແກ້ງແຍ້ງ…

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Martin Sommer ເປັນຫົວໜ້າຄະນະພະນັກງານກອງທຶນເງິນຕາສາກົນ

        ສ່ວນທ່ານ Martin Sommer ໃຫ້ການຕີລາຄາສູງການວາງແຜນນະໂຍບາຍ ແລະ ການບໍລິຫານພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ຕໍ່ໜ້າບັນດາການຜັນແປໃນໂລກ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ນຳໃຊ້ການໜູນຊ່ວຍຈາກ IMF ຢ່າງມີປະສິດທິຜົນທີ່ສຸດ, ໂດຍສະເພາະແມ່ນການນຳໃຊ້ບັນດາຂໍ້ສະເໜີແນະກ່ຽວກັບນະໂຍບາຍ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ຢ່າງວ່ອງໄວ ແລະ ຍືນຍົງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.