ຂ່າວເດັ່ນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ເນື່ອງ​ໃນ​ໂອ​ກາດ​ເລີ່ມ​ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ເນື່ອງ​ໃນ​ໂອ​ກາດ​ເລີ່ມ​ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ

(VOVWORLD) - ຕອນບ່າຍວັນທີ 02 ກໍລະກົດ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ເນື່ອງໃນໂອກາດເລີ່ມປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ສົມທົບກັບບັນດາກະຊວງ, ຂະແໜງການຂອງສອງຝ່າຍຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆລະຫວ່າງສອງປະເທດຢ່າງມີປະສິດທິຜົນ; ເພີ່ມທະວີການພົວພັນດ້ານການເມືອງໂດຍຜ່ານການແລກປ່ຽນ, ພົບປະຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຮັກສາປະສິດທິຜົນຂອງບັນດາກົນໄກຮ່ວມມືສອງຝ່າຍ; ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ການຮ່ວມມືຢ່າງຈິງໃຈລະຫວ່າງສອງປະເທດ; ຊຸກຍູ້ການຮ່ວມມືດ້ານການສຶກສາບຳລຸງສ້າງ, ເສດຖະກິດ, ການຄ້າ, ການລົງທຶນ, ສູ້ຊົນບັນລຸໄດ້ວົງເງິນການຄ້າສອງສົ້ນແມ່ນ 20 ຕື້ USD.

ສ່ວນ ທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ຕີລາຄາສູງຄວາມຕັດສິນໃຈຂອງລັດຖະບານ ຫວຽດນາມ ໃນການປະຕິບັດບັນດາບຸກທະລຸກ່ຽວກັບລະບອບລະບຽບການ, ກົດໝາຍ; ພ້ອມທັງຢັ້ງຢືນວ່າ ອົດສະຕາລີ ເວົ້າລວມ ແລະ ໃນນາມສ່ວນຕົວເວົ້າສະເພາະ ຍາມໃດກໍສະໜັບສະໜູນຢ່າງແຮງ ກໍຄືມີຄວາມປາດຖະໜາຢາກຮ່ວມເດີນທາງພ້ອມກັບຂະບວນວິວັດປະຕິຮູບຂອງ ຫວຽດນາມ ໃນໄລຍະຈະມາເຖິງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບ ທ່ານ Ali Ijaz Ahmad, ປະທານທັງເປັນຜູ້ອຳນວຍການໃຫຍ່ ແລະ ບັນດາການນຳກຸ່ມບໍລິສັດ Makara Capital Partners  (ພາບ:VOV)

ໃນຕອນຄ່ຳຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ທ່ານ Ali Ijaz Ahmad, ປະທານທັງເປັນຜູ້ອຳນວຍການໃຫຍ່ ແລະ ບັນດາການນຳກຸ່ມບໍລິສັດ Makara Capital Partners ຂອງ ສິງກະໂປ ເຊິ່ງພວມສຶກສາຊອກຮູ້ ເພື່ອດຳເນີນການສົ່ງເສີມການລົງທຶນຢູ່ ຫວຽດນາມ.


This site is protected by reCAPTCHA and the Google Privacy Policy and Terms of Service apply.