ຂ່າວເດັ່ນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ລົງ​ກວດ​ກາ​ວຽກ​ງານ​ຮັບ​ມື​ກັບ ພາ​​ຍຸ​ນ້ຳ​ຖ້ວມ​ຢູ່​ເຂດ​ແຄມ​ແມ່​ນ້ຳ​ທີ່ ຮ່າ​ໂນ້ຍ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ລົງ​ກວດ​ກາ​ວຽກ​ງານ​ຮັບ​ມື​ກັບ ພາ​​ຍຸ​ນ້ຳ​ຖ້ວມ​ຢູ່​ເຂດ​ແຄມ​ແມ່​ນ້ຳ​ທີ່ ຮ່າ​ໂນ້ຍ

(VOVWORLD) - ທີ່ການລົງກວດກາສະຖານທີ່ຕົວຈິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ນີ້ແມ່ນບັນດາເຂດທີ່ຈຳເປັນ, ຮຽກຮ້ອງໃຫ້ນະຄອນຮ່າໂນ້ຍ ຕ້ອງສົມທົບກັບບັນດາກະຊວງ, ຂະແໜງການ, ຫົວໜ່ວຍທີ່ກ່ຽວຂ້ອງຕິດຕາມການຜັນແປຂອງນ້ຳຖ້ວມຢ່າງໃກ້ຊິດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງກວດກາວຽກງານຮັບມືກັບ ພາຍຸນ້ຳຖ້ວມຢູ່ເຂດແຄມແມ່ນ້ຳທີ່ ຮ່າໂນ້ຍ (ພາບ: VOV)

ວັນທີ 9 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງກວດກາວຽກງານຮັບມືກັບພາຍຸນ້ຳຖ້ວມຢູ່ບັນດາຕາແສງ ຈຸງຢ້າ, ດາຟຸກ, ນະຄອນຮ່າໂນ້ຍ ເຊິ່ງແມ່ນບ່ອນທີ່ພວມຖືກນ້ຳຖ້ວມເລິກ ຍ້ອນນ້ຳຢູ່ບັນດາແມ່ນ້ຳເພີ່ມຂຶ້ນສູງ. ທີ່ການລົງກວດກາສະຖານທີ່ຕົວຈິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ນີ້ແມ່ນບັນດາເຂດທີ່ຈຳເປັນ, ຮຽກຮ້ອງໃຫ້ນະຄອນຮ່າໂນ້ຍ ຕ້ອງສົມທົບກັບບັນດາກະຊວງ, ຂະແໜງການ, ຫົວໜ່ວຍທີ່ກ່ຽວຂ້ອງຕິດຕາມການຜັນແປຂອງນ້ຳຖ້ວມຢ່າງໃກ້ຊິດ ເພື່ອມີບັນດາແຜນການຮັບມືທີ່ເໝາະສົມ, ນັບທັງຄິດໄລ່ເຖິງວິທີການດີທີ່ສຸດ ເພື່ອເປັນເຈົ້າການໃນການຍົກຍ້າຍປະຊາຊົນ 30.000 ຄົນ ໄປຍັງເຂດປອດໄພ. ທ່ານໃຫ້ຮູ້ວ່າ:

ຖ້າດັດສົມຄວບຄຸມລະດັບແມ່ນ້ຳກົງເປັນຢ່າງດີ ບໍ່ປະໃຫ້ຄັນຄູແຕກ, ບໍ່ປະໃຫ້ນ້ຳລົ້ນນັ້ນ, ຮ່າໂນ້ຍຈະປອດໄພ. ແຕ່ໃນກໍລະນີຄັນຄູແຕກ, ຮ່າໂນ້ຍບໍ່ມີຄວາມປອດໄພ. ວິທີການແມ່ນຕ້ອງກະກຽມພາຫະນະ, ຈັດສົ່ງພາຫະນະຍົກຍ້າຍປະຊາຊົນ 30.000 ຄົນ. ແຈ້ງໃຫ້ປະຊາຊົນຮັບຊາບເພື່ອຍາມໃດກໍ່ກຽມພ້ອມ. ຖ້າຕ້ອງຍົກຍ້າຍ ກອງທັບຈະເຂົ້າໄປໜູນຊ່ວຍທັນທີ, ຊ່ວຍເຫຼືອຜູ້ມີອາຍຸສູງ, ເດັກນ້ອຍ, ຜູ້ມີຄວາມສ່ຽງສູງກ່ວາໝູ່ໃຫ້ອອກໄປກ່ອນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.