ຂ່າວເດັ່ນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ປະ​ຊຸມ​ກັບ​ການ​ນຳ​ບັນ​ດາ​ແຂວງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ປະ​ຊຸມ​ກັບ​ການ​ນຳ​ບັນ​ດາ​ແຂວງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ

(VOVWORLD) - ກ່ຽວກັບບາງໂຄງການ, ກິດຈະກຳຈຸດສຸມອື່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ບັນດາກິດຈະກຳຮັບໃຊ້ APEC ຢູ່ ຝູກວັກ ຕ້ອງກໍ່ສ້າງໄວ

ບັນຍາກາດຂອງກອງປະຊຸມ  (ພາບ: VOV) 

ຕອນເຊົ້າວັນທີ 13 ກໍລະກົດ, ຢູ່ນະຄອນ ເກີ່ນເທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມກັບການນຳບັນດາແຂວງ, ນະຄອນ ກ່ຽວກັບສະພາບການປະຕິບັດຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ; ຄວາມຄືບໜ້າຜັນຂະຫຍາຍບັນດາໂຄງການຄົມມະນາຄົມຈຸດສຸມ ແລະ ແຜນຮ່າງພັດທະນາເຂດປູກເຂົ້າ 1 ລ້ານເຮັກຕາ ທີ່ບັນລຸຄຸນນະພາບສູງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ນີ້ແມ່ນການປະຕິບັດງານຄັ້ງທຳອິດ, ກອງປະຊຸມທຳອິດຂອງທ່ານນາຍົກລັດຖະມົນຕີ ກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ນັບແຕ່ເມື່ອສັບຊ້ອນຄືນບັນດາແຂວງ, ນະຄອນ ແລະ ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແຕ່ວັນທີ 01 ກໍລະກົດ 2025 ເປັນຕົ້ນໄປ.

ກອງປະຊຸມໄດ້ດຳເນີນເພື່ອຕີລາຄາສະພາບການປະຕິບັດບັນດາເນື້ອໃນສຳຄັນ, ລວມມີ: ການຈັດຕັ້ງເຄື່ອນໄຫວອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ; ສຳຫຼວດກວດຄືນການຜັນຂະຫຍາຍບັນດາໂຄງການຄົມມະນາຄົມ, ພື້ນຖານໂຄງລ່າງສຳຄັນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ; ການຜັນຂະຫຍາຍປະຕິບັດບັນດາແຜນຜັງ, ບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຮັບໃຊ້ກອງປະຊຸມ APEC 2027, ລະບົບເສັ້ນທາງຄວາມໄວສູງໃນເຂດ, ພັດທະນາຄົມມະນາຄົມທາງນ້ຳພາຍໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ກອງປະຊຸມກໍສຳຫຼວດຄືນການຜັນຂະຫຍາຍແຜນຮ່າງພັດທະນາການປູກເຂົ້ານາ 1 ເຮັກຕາ ທີ່ມີຄຸນນະພາບສູງ, ການປ່ອຍອາຍພິດກາກບອນຕ່ຳຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ບັນດາທ້ອງຖິ່ນໃນເຂດ ມານະພະຍາຍາມສູ້ຊົນ, ປະຕິບັດບັນດາໜ້າທີ່, ມາດຕະການ ພ້ອມກັບທົ່ວປະເທດປະຕິບັດໃຫ້ບັນລຸເປົ້າໝາຍເຕີບໂຕ 8% ຂຶ້ນໄປໃນປີ 2025, ສ້າງທ່ວງທ່າໃຫ້ແກ່ການເຕີບໂຕບັນລຸ 2 ຕົວເລກໃນຊຸມປີຕໍ່ໄປ. 

ໂດຍໄດ້ຊີ້ແຈ້ງບັນດາໝວດໜ້າທີ່, ມາດຕະການແກ້ໄຂກ່ຽວຂ້ອງເຖິງການຜັນຂະຫຍາຍອຳນາດການປົກຄອງ 2 ຂັ້ນ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາທ້ອງຖິ່ນສືບຕໍ່ດຳເນີນຈັດຕັ້ງ, ການເຄື່ອນໄຫວຂອງອຳນາດການປົກຄອງບໍລິຫານ 2 ຂັ້ນ ຮັບປະກັນໃຫ້ລຸລ່ວງ; ແກ້ໄຂບັນດາລະບຽບການບໍລິຫານໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ.

        ກ່ຽວກັບບັນດາໂຄງການຈຸດສຸມແຫ່ງຊາດ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງຈິດໃຈແມ່ນທົ່ວລະບົບການເມືອງຕ້ອງເຂົ້າຮ່ວມ, ການນຳຕ້ອງກວດກາ, ກະຕຸກຊຸກຍູ້ເປັນປະຈຳ, ອຳນາດການປົກຄອງແກ້ໄຂບັນດາຂໍ້ຕິດຄັດດ້ານນິຕິກຳ; ກະກຽມທຸກເງື່ອນໄຂເພື່ອກໍ່ສ້າງກິດຈະກຳສຳເລັດໃນວັນທີ 19 ທັນວາ 2025.

        ກ່ຽວກັບແຜນການເຂົ້າສານ 1 ລ້ານເຮັກຕາ, ທ່ານນາຍົກລັດຖະມົນຕີຮຽກຮ້ອງສ້າງການວາງແຜນທີ່ກ່ຽວຂ້ອງໃຫ້ສຳເລັດໃນໄຕມາດທີ 3 ປີ 2025; ສ້າງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ, ພັດທະນາເຄື່ອງໝາຍການຄ້າໃໝ່ຕື່ມອີກ, ພ້ອມກັບບັນດາເຄື່ອງໝາຍການຄ້າທີ່ມີຢູ່ແລ້ວຄື ST25.

        ກ່ຽວກັບບາງໂຄງການ, ກິດຈະກຳຈຸດສຸມອື່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ບັນດາກິດຈະກຳຮັບໃຊ້ APEC ຢູ່ ຝູກວັກ ຕ້ອງກໍ່ສ້າງໄວ, ເໝາະສົມກັບພື້ນຖານວັດທະນະທຳ ແລະ ທີ່ຕັ້ງ, ບົດບາດຂອງປະເທດຊາດ, ພູມປັນຍາຂອງຊາວ ຫວຽດນາມ

This site is protected by reCAPTCHA and the Google Privacy Policy and Terms of Service apply.