ຂ່າວເດັ່ນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ຈະ​ໄປ​ຢ້ຽມ​ຢາມ​ຈີນ ຄັ້ງ​ທຳ​ອິດ ​ພາຍຫຼັງເວ​ລາກ່​ວາ 7 ປີ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ຈະ​ໄປ​ຢ້ຽມ​ຢາມ​ຈີນ ຄັ້ງ​ທຳ​ອິດ ​ພາຍຫຼັງເວ​ລາກ່​ວາ 7 ປີ

(VOVWORLD) - ທ່ານ Narendra Modi ຈະເດີນທາງໄປຍັງຈີນເຂົ້າຮ່ວມກອງປະຊຸມຫຼາຍຝ່າຍ ຂອງອົງການຮ່ວມມືຊຽງໄຮ (SCO) ທີ່ຈະໄຂຂຶ້ນໃນວັນທີ 31 ສິງຫາ ຢູ່ນະຄອນ ທຽນຈິນ.

ທ່ານ Narendra Modi ນາຍົກລັດຖະມົນຕີປະເທດອິນເດຍ (ພາບ: ANI/TTXVN)

ວັນທີ 6 ສິງຫາ, ແຫຼ່ງຂ່າວຈາກລັດຖະບານ ອິນເດຍໂດຍໃຫ້ຮູ້ວ່າ ທ່ານ Narendra Modi ນາຍົກລັດຖະມົນຕີປະເທດອິນເດຍ ຈະໄປຢ້ຽມຢາມ ຈີນເປັນຄັ້ງທຳອິດ ພາຍຫຼັງເວລາກ່ວາ 7 ປີ. ນີ້ແມ່ນສັນຍານຫຼ້າສຸດສະແດງໃຫ້ເຫັນການພົວພັນທາງການທູດ ລະຫວ່າງ ອິນເດຍ ແລະ ຈີນພວມດີຂຶ້ນ. ທ່ານ Narendra Modi ຈະເດີນທາງໄປຍັງຈີນເຂົ້າຮ່ວມກອງປະຊຸມຫຼາຍຝ່າຍ ຂອງອົງການຮ່ວມມືຊຽງໄຮ (SCO) ທີ່ຈະໄຂຂຶ້ນໃນວັນທີ 31 ສິງຫາ ຢູ່ນະຄອນ ທຽນຈິນ. ນີ້ແມ່ນການຢ້ຽມຢາມ ຈີນ ຄັ້ງທຳອິດຂອງທ່ານ Narendra Modi ນັບແຕ່ເດືອນມິຖຸນາ 2018, ພາຍຫຼັງໄລຍະຍາວນານທີ່ການພົວພັນສອງປະເທດຕົກເຂົ້າສູ່ສະພາບການວິກິດການ ໂດຍການປະທະກັນທາງການທະຫານລຽບຕາມຊາຍແດນເຂດທີ່ຂັດແຍ້ງກັນຢູ່ Himalaya ທີ່ເກີດຂຶ້ນເມື່ອປີ 2020. ກ່ອນໜ້ານັ້ນ, ທ່ານ Modi ແລະ ທ່ານປະທານປະເທດຈີນ ສີຈິ້ນຜິງ ກໍ່ໄດ້ພົບປະເຈລະຈາຢູ່ນອກກອງປະຊຸມສຸດຍອດກຸ່ມ BRICS ຢູ່ລັດເຊຍໃນເດືອນຕຸລາ ປີ 2024, ເຊິ່ງໄດ້ເຮັດໃຫ້ການພົວພັນສອງປະເທດດີຂຶ້ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.