ຂ່າວເດັ່ນ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຮັດວຽກກັບຄະນະປະຈຳພັກນະຄອນ ດ່ານັ້ງ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຮັດວຽກກັບຄະນະປະຈຳພັກນະຄອນ ດ່ານັ້ງ

(VOVWORLD) - ໃນລາຍການປະຕິບັດງານຢູ່ທາງພາກກາງ, ຕອນບ່າຍວັນທີ 28 ກຸມພາ, ຢູ່ນະຄອນ ດ່ານັ້ງ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຮັດວຽກກັບຄະນະພັກແຂວງນະຄອນ ດ່ານັ້ງ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ.

(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ,  ທີ່ການເຮັດວຽກ)

          ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ຮຽກຮ້ອງໃຫ້ທາງນະຄອນ ຊາບຊຶມ, ຫັນມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ; ບັນດາມະຕິ, ຂໍ້ສະຫຼຸບຂອງກົມການເມືອງກ່ຽວກັບການພັດທະນາເຂດ, ມະຕິກອງປະຊຸມໃຫຍ່ອົງຄະນະພັກນະຄອນ ດ່ານັ້ງ ອາຍຸການ 2026 – 2031 ເປັນລະອຽດ; ສຸມໃສ່ຜັນຂະຫຍາຍການວາງແຜນນະຄອນໄລຍະ 2021 – 2030, ວິໄສທັດຮອດປີ 2050 ໃຫ້ມີປະສິດທິຜົນ; ສຸມໃສ່ຜັນຂະຫຍາຍບັນດາມາດຕະການແກ້ໄຂຢ່າງຂ້ຽວຂາດ, ຄົບຊຸດ ເພື່ອໃຫ້ການເຕີບໂຕເສດຖະກິດບັນລຸແຕ່ 11% ຂື້ນໄປໃນປີນີ້.

          ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ທາງນະຄອນຈົ່ງສຸມໃສ່ປະຕິບັດກ່ຽວກັບການສ້າງເຂດການຄ້າເສລີ ດ່ານັ້ງ ຢ່າງຂ້ຽວຂາດ; ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢ່າງແຮງກວ່າ; ປະຕິບັດບັນດານະໂຍບາຍຮັບປະກັນຊີວິດສັງຄົມໃຫ້ເປັນຢ່າງດີ; ສືບຕໍ່ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມປອດໄພທາງສັງຄົມ, ໂດຍສະເພາະແມ່ນຢູ່ບັນດາເຂດຊາຍແດນ, ທະເລ, ເຂດຫ່າງໄກສອກຫຼີກ; ປະຕິບັດວຽກງານຊົນເຜົ່າ, ສາສະໜາໃຫ້ເປັນຢ່າງດີ.

This site is protected by reCAPTCHA and the Google Privacy Policy and Terms of Service apply.