ຂ່າວເດັ່ນ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ສະຫະພັນ ລັດເຊຍ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ສະຫະພັນ ລັດເຊຍ

(VOVWORLD) - ຫວຽດນາມ ພວມໃຫ້ບຸລິມະສິດການພັດທະນາພະລັງງານ, ໃນນັ້ນ ການພັດທະນາພະລັງງານນິວເຄຼຍໄດ້ກາຍເປັນພະລັງງານສະອາດດ້ວຍວິໄສທັດ 100 ປີ.

(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ເວທີປາໄສ)

        ໃນການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ຕອນບ່າຍວັນທີ 24 ມີນາ (ຕາມເວລາທ້ອງຖິ່ນ), ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານເວທີປໄສວິສາຫະກິດ ຫວຽດນາມ - ສະຫະພັນ ລັດເຊຍ.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ວ່າ ຫວຽດນາມ ພວມໃຫ້ບຸລິມະສິດການພັດທະນາພະລັງງານ, ໃນນັ້ນ ການພັດທະນາພະລັງງານນິວເຄຼຍໄດ້ກາຍເປັນພະລັງງານສະອາດດ້ວຍວິໄສທັດ 100 ປີ. ພ້ອມກັນນັ້ນ, ທ່ານກໍ່ປາດຖະໜາວ່າ ສະຫະພັນ ລັດເຊຍ ຈະລົງທຶນລະບົບຊີວະພາບພະລັງງານນິວເຄຼຍຢູ່ ຫວຽດນາມ. ກ່ຽວກັບຂົງເຂດນ້ຳມັນອາຍແກັດ, 2 ຝ່າຍຕ້ອງສືບຕໍ່ຍູ້ແຮງການສຳຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງ.

        “ຂ້າພະເຈົ້າຮຽກຮ້ອງໃຫ້ວິສາຫະກິດ 2 ປະເທດຜັນຂະຫຍາຍບັນດາໂຄງການ, ຜະລິດຕະພັນລະອຽດ. ຂ້າພະເຈົ້າຫວັງວ່າ ຜ່ານເວທີປາໄສ ບັນດາວິສາຫະກິດຈະເຊື່ອມຕໍ່, ມີວິສາຫະກິດແຖວໜ້າ, ວິສາຫະກິດນຳພາ ເພື່ອປະຕິບັດການຮ່ວມມືໃຫ້ມີປະສິດທິຜົນກວ່າ… ປະກອບສ່ວນນຳການພົວພັນລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່, ແທດຈິງ, ມີປະສິດທິຜົນ, ມີຄຸນນະພາບສູງກວ່າ”.

        ທີ່ເວທີປາໄສ, ການນຳລັດຖະບານ ຫວຽດນາມ - ລັດເຊຍ, ວິສາຫະກິດ 2 ປະເທດໄດ້ມອບຮັບຂໍ້ຕົກລົງການຮ່ວມມື 4 ສະບັບໃນຂົງເຂດ: ນ້ຳມັນອາຍແກັດ, ການຂົນສົ່ງທາງທະເລ, ເສັ້ນທາງລົດໄຟ, logistics.

This site is protected by reCAPTCHA and the Google Privacy Policy and Terms of Service apply.