ຂ່າວເດັ່ນ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມພິທີອັດງານຕະຫຼາດນັດລະດູບານໃໝ່

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມພິທີອັດງານຕະຫຼາດນັດລະດູບານໃໝ່

(VOVWORLD) - ງານຕະຫຼາດນັດແມ່ນຊ່ອງກະຕຸ້ນການບໍລິໂພກພາຍໃນປະເທດຢ່າງມີປະສິດທິຜົນ, ແມ່ນໜຶ່ງໃນບັນດາກຳລັງໜູນເຕີບໂຕສຳຄັນ

(ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ພິທີອັດ)

ພາຍຫຼັງຈັດຂຶ້ນເປັນເວລາ 12 ວັນ (ແຕ່ວັນທີ 02 – 13 ກຸມພາ), ຕອນຄ່ຳວັນທີ 13 ກຸມພາ, ງານຕະຫຼາດນັດລະດູບານໃໝ່ ຄັ້ງທີ 1 ປີ 2026 ໄດ້ອັດລົງຢູ່ສູນວາງສະແດງ ຫວຽດນາມ, ທີ່ ຮ່າໂນ້ຍ. ດ້ວຍການເຂົ້າຮ່ວມຂອງຮ້ານວາງສະແດງກວ່າ 3.000 ຮ້ານ, ພ້ອມກັບຜະລິດຕະພັນ, ສິນຄ້າທີ່ຍອດຍິ່ງຂອງ ຫວຽດນາມ ນັບໝື່ນຢ່າງ. ມີແຂກເຂົ້າມາຢ້ຽມຊົມກວ່າ 500.000 ເທື່ອຄົນ, ຍອດລາຍຮັບການຂາຍເຄື່ອງຢູ່ກັບທີ່ຄາດວ່າກວ່າ 300 ຕື້ດົ່ງ (ກວ່າ 11,5 ລ້ານ USD). ມີຫຼາຍຂໍ້ຕົກລົງໄດ້ຮັບການລົງນາມຢູ່ທີ່ນີ້.

ກ່າວຄຳເຫັນທີ່ພິທີອັດ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ:

“ງານຕະຫຼາດນັດແມ່ນຊ່ອງກະຕຸ້ນການບໍລິໂພກພາຍໃນປະເທດຢ່າງມີປະສິດທິຜົນ, ແມ່ນໜຶ່ງໃນບັນດາກຳລັງໜູນເຕີບໂຕສຳຄັນ; ແມ່ນຂົວເຊື່ອມຕໍ່ທີ່ຂະຫຍັນຂັນເຄື່ອນລະຫວ່າງການຄ້າພາຍໃນປະເທດ ແລະ ສາກົນ; ແມ່ນສິ່ງພິສູດໃຫ້ເຫັນການຫັນປ່ຽນຢ່າງແຮງ, ຄວາມຄາດຫວັງ “ບືນຕົວຂຶ້ນ” ແລະ ລະດັບການ “ປົກຄຸມ” ຂອງສິນຄ້າ, ເຄື່ອງໝາຍການຄ້າ ຫວຽດນາມ ໃນທົ່ວໂລກ”.

ເພື່ອເສີມຂະຫຍາຍໝາກຜົນຂອງງານຕະຫຼາດນັດໃຫ້ໄດ້ສູງທີ່ສຸດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ກະຊວງອຸດສາຫະກຳການຄ້າ ຫວຽດນາມ ສ້າງສູນຍຸດທະສາດປະຕິບັດບັ້ນເຄືຶ່ອນໄຫວ “ຄົນຫວຽດ ໃຊ້ສິນຄ້າຫວຽດ”, ຫັນປ່ຽນພື້ນຖານແນວຄິດຈິດໃຈຂອງຜູ້ບໍລິໂພກຈາກ “ໃຫ້ບຸລິມະສິດ” ໄປສູ່ “ຮັກ ແລະ ເຊື່ອຖື” ແລະ ມີຄວາມເອກອ້າງທະນົງໃຈ ເມື່ອນຳໃຊ້ສິນຄ້າ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.