ຂ່າວເດັ່ນ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບຜູ້ອຳນວຍການໃຫຍ່ອົງການຊັບສິນທາງປັນຍາ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບຜູ້ອຳນວຍການໃຫຍ່ອົງການຊັບສິນທາງປັນຍາ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ WIPO ຍູ້ແຮງການໃຫ້ຄຳປຶກສາ, ໜູນຊ່ວຍ, ຮ່ວມມື ເພື່ອໃຫ້ ຫວຽດນາມ ຍົກສູງກຳລັງຄວາມສາມາດໃນບັນດາຂົງເຂດວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ

(ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ຕ້ອບຮັບທ່ານ Daren Tang, ຜູ້ອຳນວຍການໃຫຍ່ອົງການຊັບສິນທາງປັນຍາ (WIPO)

        ວັນທີ 25 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອບຮັບທ່ານ Daren Tang, ຜູ້ອຳນວຍການໃຫຍ່ອົງການຊັບສິນທາງປັນຍາ (WIPO) ແລະ ຄະນະປະຕິບັດງານທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ WIPO ຍູ້ແຮງການໃຫ້ຄຳປຶກສາ, ໜູນຊ່ວຍ, ຮ່ວມມື ເພື່ອໃຫ້ ຫວຽດນາມ ຍົກສູງກຳລັງຄວາມສາມາດໃນບັນດາຂົງເຂດວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ຊັບສິນທາງປັນຍາ; ຊຸກຍູ້ການຫັນບັນດາໝາກຜົນການຄົ້ນຄວ້າ ແລະ ພັດທະນາເປັນການຄ້າ; ສ້າງ ແລະ ພັດທະນາບັນດາເຂດອຸດສາຫະກຳ - ການບໍລິການ - ເຂດຕົວເມືອງ - ເຕັກໂນໂລຊີສູງ…

        ສ່ວນທ່ານ Daren Tang ໃຫ້ຮູ້ວ່າ ຈະສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍ ຫວຽດນາມ ສ້າງລະບອບລະບຽບການ, ກົນໄກ, ນະໂຍບາຍໃຫ້ສົມບູນແບບ; ສ້າງບັນດາເຄື່ອງມື, ດັດຊະນີຕີລາຄາກ່ຽວກັບການປະກອບສ່ວນຂອງວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ; ຊຸກຍູ້ການເຄື່ອນໄຫວຫັນໝາກຜົນການຄົ້ນຄວ້າເປັນການຄ້າ ເພື່ອນຳມາເຊິ່ງປະສິດທິຜົນ ແລະ ຜົນປະໂຫຍດໃຫ້ແກ່ປະຊາຊົນ…

This site is protected by reCAPTCHA and the Google Privacy Policy and Terms of Service apply.