ຂ່າວເດັ່ນ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບບັນດາຊາວໜຸ່ມ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບບັນດາຊາວໜຸ່ມ ຫວຽດນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ: ພັກ ແລະ ລັດ ຖືບົດບາດຂອງຊາວໜຸ່ມ ຫວຽດນາມ ເປັນສຳຄັນ ແລະ ໄດ້ປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍສ້າງເງື່ອນໄຂສະດວກເພື່ອໃຫ້ຊາວໜຸ່ມໄດ້ນຳໜ້າ ປະກອບສ່ວນໃຫ້ແກ່ພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.

(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ການພົບປະກັບ)

ຕອນບ່າຍວັນທີ 26 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ພົບປະກັບບັນດາແບບຢ່າງຊາວໜຸ່ມດີເດັ່ນ, ມີແງ່ຫວັງ ແລະ ພະນັກງານຄະນະຊາວໜຸ່ມດີເດັ່ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ (26 ມີນາ 1931 – 26 ມີນາ 2026).

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ: ພັກ ແລະ ລັດ ຖືບົດບາດຂອງຊາວໜຸ່ມ ຫວຽດນາມ ເປັນສຳຄັນ ແລະ ໄດ້ປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍສ້າງເງື່ອນໄຂສະດວກເພື່ອໃຫ້ຊາວໜຸ່ມໄດ້ນຳໜ້າ ປະກອບສ່ວນໃຫ້ແກ່ພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ:

“ນຳໜ້າໃນການປ່ຽນແປງໃໝ່ຈິນຕະນາການ ແລະ ໃນການກະທຳປະດິດຄິດສ້າງ; ນຳໜ້າໃນການພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປະເທດຊາດເປັນດີຈີຕອນ. ຊາວໜຸ່ມ ຫວຽດນາມ ຕ້ອງກ້າປະເຊີນໜ້າ ແລະ ເປັນເຈົ້າບັນດາຂົງເຂດໃໝ່ກ່ຽວກັບວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ສ້າງບັນດາກິດຈະກຳ, ຜະລິດຕະພັນທີ່ມີລັກສະນະບຸກທະລຸ, ຊຸກຍູ້ການເພີ່ມສະມັດຕະພາບແຮງງານ, ສ້າງຕັ້ງວິສາຫະກິດທີ່ມີຄວາມສາມາດບົ່ມຊ້ອນເຕີບໂຕກະໂດດຂັ້ນ, ປະກອບສ່ວນນຳປະເທດຊາດໃຫ້ພັດທະນາຢ່າງບຸກທະລຸ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.