ຂ່າວເດັ່ນ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບເລຂາທິການໃຫຍ່ພັກກອງປະຊຸມໃຫຍ່ຊົນຊາດ ອາຟະລິກາ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບເລຂາທິການໃຫຍ່ພັກກອງປະຊຸມໃຫຍ່ຊົນຊາດ ອາຟະລິກາ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່ ANC ຊາບເລື່ອງ ຫວຽດນາມ ແລະ ອາຟະລິກາ ໄດ້ຖະແຫຼງຍົກລະດັບການພົວພັນ ຫວຽດນາມ - ອາຟະລິກາໃຕ້ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

(ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Fikile Mbalula, ເລຂາທິການໃຫຍ່ພັກກອງປະຊຸມໃຫຍ່ຊົນຊາດ ອາຟະລິກາ)

ໃນລາຍການເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດ ແລະ ຫາກໍ່ພົ້ນເດັ່ນ (G20) ແລະ ການເຄື່ອນໄຫວ 2 ຝ່າຍຢູ່ ອາຟະລິກາໃຕ້, ຕອນບ່າຍວັນທີ 21 ພະຈິກ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ Johannesburg, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Fikile Mbalula, ເລຂາທິການໃຫຍ່ພັກກອງປະຊຸມໃຫຍ່ຊົນຊາດ ອາຟະລິກາ (ANC).

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່ ANC ຊາບເລື່ອງ ຫວຽດນາມ ແລະ ອາຟະລິກາ ໄດ້ຖະແຫຼງຍົກລະດັບການພົວພັນ ຫວຽດນາມ - ອາຟະລິກາໃຕ້ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ໃນການຢ້ຽມຢາມຄັ້ງນີ້; ທ່ານສະເໜີໃຫ້ພັກ ANC ດ້ວຍບົດບາດຂອງຕົນ ຊຸກຍູ້ບັນດາກະຊວງ, ຂະແໜງການ, ອົງການຂອງ ອາຟະລິກາໃຕ້ ຫັນຂອບເຂດການຮ່ວມມືດັ່ງກ່າວໃຫ້ປະກົດຜົນເປັນຈິງ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ນະຄອນ Pretoria, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ ອາຟະລິກາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.