ຂ່າວເດັ່ນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານການສົນທະນາກັບບັນດາວິສາຫະກິດ ຈີນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານການສົນທະນາກັບບັນດາວິສາຫະກິດ ຈີນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດາວິສາຫະກິດ ຈີນ ຕັ້ງໜ້າຖ່າຍທອດເຕັກໂນໂລຊີໃຫ້ແກ່ ຫວຽດນາມ, ໜູນຊ່ວຍ ຫວຽດນາມ ຈາກວິສາຫະກິດຂະໜາດນ້ອຍໃຫ້ກາຍເປັນວິສາຫະກິດໃຫຍ່, ມີລະດັບເຕັກໂນໂລຊີພັດທະນາ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານການສົນທະນາກັບບັນດາວິສາຫະກິດ ຈີນ
(ພາບ: nhandan.vn)

        ຕອນບ່າຍ 28 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານການສົນທະນາກັບບັນດາວິສາຫະກິດ ຈີນ. ນີ້ແມ່ນການສົນທະນາຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ກັບປະຊາຄົມວິສາຫະກິດຕ່າງປະເທດໃນປີ 2025.

          ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ການພົວພັນລະຫວ່າງ 2 ປະເທດພວມຢູ່ໃນໄລຍະດີງາມທີ່ສຸດ, 2 ພັກ, 2 ລັດບໍ່ມີເປົ້າໝາຍອື່ນແມ່ນການພັດທະນາປະເທດໃຫ້ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ, ປະຊາຊົນນັບມື້ນັບອີ່ມໜຳສຳລານສົມບູນພູນສຸກ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດາວິສາຫະກິດ ຈີນ ຕັ້ງໜ້າຖ່າຍທອດເຕັກໂນໂລຊີໃຫ້ແກ່ ຫວຽດນາມ, ໜູນຊ່ວຍ ຫວຽດນາມ ຈາກວິສາຫະກິດຂະໜາດນ້ອຍໃຫ້ກາຍເປັນວິສາຫະກິດໃຫຍ່, ມີລະດັບເຕັກໂນໂລຊີພັດທະນາ, ເຂົ້າຮ່ວມບັນດາມູນຄ່າທົ່ວໂລກ; ເປີດກວ້າງຂອບເຂດການລົງທຶນ, ລົງທຶນເຂົ້າບັນດາກຳລັງໜູນເຕີບໂຕ, ຄື: ການລົງທຶນ, ສົ່ງອອກ, ບັນດາຂະແໜງຫາກໍ່ພົ້ນເດັ່ນ, ຄື: ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ (AI)…

          ກ່ຽວກັບຝ່າຍ ຈີນ, ການນຳສະຫະສະມາຄົມຈຳນວນໜຶ່ງ, 23 ກຸ່ມບໍລິສັດ ແລະ ບໍລິສັດໃຫຍ່ ຈີນ ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງ ຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງ ແລະ ແມ່ນສະຖານທີ່ລົງທຶນດຶງດູດໃຈໃນໂລກ, ເປັນຕ່ອງໂສ້ສຳຄັນໃນລະບົບສະໜອງທົ່ວໂລກ. ບັນດາວິສາຫະກິດ ຈີນ ປາດຖະໜາຢາກເປີດກວ້າງການລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.