ຂ່າວເດັ່ນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບປະທານສານສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບປະທານສານສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ

(VOVWORLD) - ທ່ານນາຍົກລັດຖະມົນຕີກໍ່ຢັ້ງຢືນຄືນໃໝ່ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນມ ໃນການເຄົາລົບ ແລະ ປະຕິບັດກົດໝາຍສາກົນ, ແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີ

(ທີ່ການຕ້ອນຮັບ)

        ທະເລແມ່ນເຂດດຳລົງຄົງຕົວ, ດຳລົງຊີວິດ ແລະ ພັດທະນາສຳຄັນທີ່ສຸດຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢືນຢືນຄືດັ່ງກ່າວທີ່ການຕ້ອນຮັບທ່ານ Tomas Heidar, ປະທານສານສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ (ITLOS), ທີ່ພວມຢ້ຽມຢາມ  ແລະ ເຮັດວຽກຢູ່ ຫວຽດນາມ, ໃນຕອນບ່າຍວັນທີ 06 ພຶດສະພາ, ຢູ່ ຮ່າໂນ້ຍ.

        ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີກໍ່ຢັ້ງຢືນຄືນໃໝ່ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນມ ໃນການເຄົາລົບ ແລະ ປະຕິບັດກົດໝາຍສາກົນ, ແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ລວມທັງບັນດາການຂັດແຍ້ງກ່ຽວຂ້ອງເຖິງທະເລຢ່າງເຂັ້ມງວດ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ITLOS ສືບຕໍ່ໜູນຊ່ວຍ ຫວຽດນາມ ເພີ່ມທະວີການສຶກສາ, ບຳລຸງສ້າງພະນັກງານມີຄວາມເຂົ້າໃຈກ່ຽວກັບກົດໝາຍສາກົນຢ່າງເລິກເຊິ່ງ, ໃນນັ້ນມີກົດໝາຍວ່າດ້ວຍທະເລສາກົນ, ເພື່ອໃຫ້ ຫວຽດນາມ ມີຖັນແຖວທະນາຍຄວາມມີລະດັບຄວາມຮູ້, ຄວາມສາມາດເຄື່ອນໄຫວໃນສະພາບການສາກົນ, ເຂົ້າຮ່ວມການແກ້ໄຂການຂັດແຍ້ງກັນສາກົນ.

        ສ່ວນທ່ານ Tomas Heidar, ຕີລາຄາສູງການສະໜັບສະໜູນຢ່າງຕັ້ງໜ້າຂອງ ຫວຽດນາມ ຕໍ່ວຽກງານຂອງ ITLOS ແລະ ເລື່ອງ ຫວຽດນາມ ຕັ້ງໜ້າປະກອບຄຳເຫັນໃຫ້ຄຳປຶກສາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ແລະ ສະເໜີນັກຊ່ຽວຊານດ້ານກົດໝາຍດີເດັ່ນຂອງ ຫວຽດນາມ ຮັບດຳລົງຕຳແໜ່ງປະທານສານຂອງ ITLOS ອາຍຸການ 2026 – 2035.

This site is protected by reCAPTCHA and the Google Privacy Policy and Terms of Service apply.