ຂ່າວເດັ່ນ

ທ່ານນາຍົກລັດຖະມົນຕີ: ການຈັດແບ່ງຂັ້ນ, ຈັດແບ່ງສິດຕ້ອງໄປພ້ອມກັບການຈັດແບ່ງແຫຼ່ງກຳລັງ

ທ່ານນາຍົກລັດຖະມົນຕີ: ການຈັດແບ່ງຂັ້ນ, ຈັດແບ່ງສິດຕ້ອງໄປພ້ອມກັບການຈັດແບ່ງແຫຼ່ງກຳລັງ

(VOVWORLD) - ໃນວິວັດການສັບຊ້ອນບໍ່ປະໃຫ້ວຽກງານຖືກອຸດຕັນ, ໂດຍສະເພາະແມ່ນກ່ຽວຂ້ອງເຖິງປະຊາຊົນ.

(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ   ກ່າວຄຳເຫັນທີ່ກອງປະຊຸມ)

        ຕອນເຊົ້າວັນທີ 09 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຂອງລັດຖະບານກ່ຽວກັບການສັບຊ້ອນ, ຈັດຫົວໜ່ວຍບໍລິຫານທຸກຂັ້ນຄືນໃໝ່ ແລະ ສ້າງຮູບແບບຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ການສັບຊ້ອນຫົວໜ່ວຍບໍລິຫານແມ່ນໂອກາດເພື່ອຈັດແບ່ງຂັ້ນ, ຈັດແບ່ງສິດຢ່າງແຮງກວ່າ, ສະນັ້ນ, ທ່ານສະເໜີໃຫ້ບັນດາກະຊວງ, ຂະແໜງຍູ້ແຮງການກວດກາຄືນຈັດແບ່ງຂັ້ນ, ຈັດແບ່ງສິດລະຫວ່າງອົງການແຫ່ງລັດຂັ້ນສູນກາງ ແລະ ອຳນາດການປົກຄອງຂັ້ນທ້ອງຖິ່ນຂັ້ນແຂວງ, ຂັ້ນຕາແສງ; ໝູນໃຊ້ການຫັນເປັນດີຈີຕອນ… ເພື່ອແກ້ໄຂວຽກງານ.

        “ໃນວິວັດການສັບຊ້ອນບໍ່ປະໃຫ້ວຽກງານຖືກອັດຕັນ, ໂດຍສະເພາະແມ່ນກ່ຽວຂ້ອງເຖິງປະຊາຊົນ. ສິດຂອງກະຊວງ ກະຊວງເຮັດ. ວຽງານຂອງແຂວງ ທາງແຂວງເຮັດ. ວຽກງານຂອງຕາແສງ ທາງຕາແສງເຮັດ. ແຫຼ່ງກຳລັງແມ່ນສຳຄັນທີ່ສຸດ. ສະນັ້ນ, ການຈັດແບ່ງຂັ້ນ, ຈັດແບ່ງສິດຕ້ອງໄປພ້ອມກັບການຈັດແບ່ງແຫຼ່ງກຳລັງ, ຍົກສູງກຳລັງຄວາມສາມາດປະຕິບັດຂອງຂັ້ນຕ່ຳກວ່າ. ພ້ອມກັນນັ້ນ, ເພີ່ມທະວີການຕິດຕາມກວດກາ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.