ຂ່າວເດັ່ນ

ທ່ານນາຍົກລັດຖະມົນຕີ ອັງກິດ ສະເໜີຜັນຂະຫຍາຍກອງທັບໄປຍັງ ຢູແກຼນ

ທ່ານນາຍົກລັດຖະມົນຕີ ອັງກິດ ສະເໜີຜັນຂະຫຍາຍກອງທັບໄປຍັງ ຢູແກຼນ

(VOVWORLD) - ທ່ານບໍ່ຍົກອອກຂໍ້ຕົກລົງດັ່ງກ່າວແບບງ່າຍດາຍ, ແຕ່ການຜັນຂະຫຍາຍກອງທັບໜູນຊ່ວຍຮັກສາສັນຕິພາບຢ່າງຍາວນານຢູ່ ຢູແກຼນ ແມ່ນສິ່ງຈຳເປັນໃນຈຸດເວລານີ້.

ວັນທີ 16 ກຸມພາ, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer, ຖະແຫຼງວ່າ ປະເທດນີ້ພ້ອມແລ້ວທີ່ຈະສົ່ງທະຫານໄປຍັງ ຢູແກຼນ ຄືດັ່ງສ່ວນໜຶ່ງຂອງກຳລັງຮັກສາສັນຕິພາບສາກົນ ເພື່ອປະຕິບັດບໍ່ວ່າຂໍ້ຕົກລົງໃດ ແນໃສ່ຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.

ໃນຖະແຫຼງການຂອງຕົນ, ທ່ານນາຍົກລັດຖະມົນຕີ ອັງກິດ ຊີ້ແຈ້ງວ່າ, ທ່ານບໍ່ຍົກອອກຂໍ້ຕົກລົງດັ່ງກ່າວແບບງ່າຍດາຍ, ແຕ່ການຜັນຂະຫຍາຍກອງທັບໜູນຊ່ວຍຮັກສາສັນຕິພາບຢ່າງຍາວນານຢູ່ ຢູແກຼນ ແມ່ນສິ່ງຈຳເປັນໃນຈຸດເວລານີ້. ທ່ານກໍ່ເຈາະຈີ້ມວ່າ ອັງກິດ ອາດສາມາດສວມບົດບາດພິເສດແມ່ນຂົວເຊື່ອມຕໍ່ລະຫວ່າງ ເອີລົບແລະ ອາເມລິກາ ໃນວິວັດທະນາການສັນຕິພາບຢູ່ ຢູແກຼນ.

ຖະແຫຼງການຂອງທ່ານ Keir Starmer ໄດ້ສ້າງຄວາມກົດດັນຕໍ່ບັນດາປະເທດສຳພັນທະມິດ ເອີລົບ, ພິເສດແມ່ນ ເຢຍລະມັນ, ໃນການເປີດເຜີຍການສະໜັບສະໜູນກ່ຽວກັບກຳລັງຮັກສາສັນຕິພາບໂດຍ ເອີລົບ ນຳໜ້າຢູ່ ຢູແກຼນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.