ຂ່າວເດັ່ນ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ31ແລະບັນດາກອງປະຊຸມກ່ຽວຂ້ອງ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ31ແລະບັນດາກອງປະຊຸມກ່ຽວຂ້ອງ

(VOVWORLD) -ຮຸ່ງເຊົ້າວັນທີ 15 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງມາຮອດຮ່າໂນ້ຍ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31 ແລະ ບັນດາກອງປະຊຸມສຸດຍອດກ່ຽວຂ້ອງຢ່າງຈົບງາມ ຕາມຄຳເຊີນຂອງທ່ານປະທານາທິບໍດີ ຟີລີບປິນ Rodrigo Roa Duterte.

 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ 31

ທີ່ກອງປະຊຸມດຳເນີນແຕ່ວັນທີ 12-14 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຄື່ອນໄຫວສອງຝ່າຍ ແລະ ຫລາຍຝ່າຍເກືອບ 30 ຄັ້ງ ສ້າງຂີດໝາຍກ່ຽວກັບການເຂົ້າຮ່ວມຢ່າງຕັ້ງຫນ້າ, ມີຄວາມຮັບຜິດຊອບຂອງຫວຽດນາມ, ປະກອບສ່ວນສ້າງ ອາຊຽນ “ສັນຕິພາບ, ສະຖຽນລະພາບ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ”, “ພາກພື້ນເປີດກວ້າງກັບພາຍນອກໃນປະຊາຄົມບັນດາປະຊາຊາດໃນທົ່ວໂລກ”. ພ້ອມກັບ Gala ພິເສດສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ, ພິທີໄຂ ແລະ ອັດ, ມອບໂອນບົດບາດປະທານອາຊຽນ ໃຫ້ແກ່ ສິງກະໂປ, ກອງປະຊຸມຄັ້ງນີ້ ມີ 10 ວາລະປະຊຸມເປັນທາງການ.

ກ່າວຄຳເຫັນທີ່ບັນດາກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ: ໃນໄລຍະປະຈຸບັນ, ອາຊຽນ ຄວນໃຫ້ບຸລິມະສິດປະຕິບັດສາມຈຸດສຸມ. ທີຫນຶ່ງ ອາຊຽນ ຄວນສຸມໃສ່ເຂົ້າໃນຜົນປະໂຫຍດຂອງປະຊາຊົນ, ມານະພະຍາຍາມສ້າງສີສັນໃຫມ່ໃຫ້ຕົນຜ່ານການຊຸກຍູ້ບັນດາບັນຫາລວມ. ທ່ານນາຍົກລັດຖະມົນຕີ ສະເຫນີ ບັນດາເອກະສານຂອງກອງປະຊຸມສຸດຍອດຄັ້ງນີ້ ສ່ອງແສງຢ່າງຄົບຖ້ວນບັນດາຫລັກການ, ຫລັກໝັ້ນຄືໄດ້ສະແດງໃຫ້ເຫັນໃນແຈ້ງການຮ່ວມກອງປະຊຸມ AMM 50. ທ່ານນາຍົກລັດຖະມົນຕີ ພ້ອມກັບບັນດາການນຳ ຊົມເຊີຍ ອາຊຽນ ແລະ ຈີນ ໄດ້ຮັບຮອງເອົາກອບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (COC) ແລະ ສະເຫນີດຳເນີນການເຈລະຈາ COC ຢ່າງແທດຈິງ ໂດຍໄວ. ທ່ານນາຍົກລັດຖະມົນຕີ ປາດຖະຫນາຢາກບັນດາຄູ່ຮ່ວມມືສືບຕໍ່ປະກອບສ່ວນໃຫ້ແກ່ການຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນ ຢູ່ ທະເລຕາເວັນອອກ ບົນຈິດໃຈເຄົາລົບກົດໝາຍ.

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມການພົບປະລະຫວ່າງ ນາຍົກລັດຖະມົນຕີ ສາມປະເທດກຳປູເຈຍ, ລາວ, ຫວຽດນາມ; ເຈລະຈາກັບທ່ານນາຍົກລັດຖະມົນຕີ ຈີນ ຫລີເຄີຊຽງ, ນາຍົກລັດຖະມົນຕີ ລັດເຊຍ D.Mevedev, ນາຍົກລັດຖະມົນຕີ ອິນເດຍ Narendra Modi, ຕ້ອນຮັບທ່ານເລຂາທິການໃຫຍ່ ສປຊ Antonio Guterres, ປະທານສະພາ ເອີລົບ Donald Tusk.

This site is protected by reCAPTCHA and the Google Privacy Policy and Terms of Service apply.