ຂ່າວເດັ່ນ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

(VOVWORLD) - ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນເຊົ້າ ວັນທີ 17 ກັນຍາ, ຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານຮ່ວມກອງປະຊຸມທົ່ວປະເທດ ຊຸກຍູ້ການລົງທຶນຂອງລັດ ປີ 2025 (ຄັ້ງທີ3). ກອງປະຊຸມໄດ້ເຊື່ອມຕໍ່ອອນໄລ ຈາກຫ້ອງວ່າການລັດຖະບານ ໄປເຖິງ ບັນດາແຂວງ, ນະຄອນ ທີ່ຂຶ້ນກັບສູນກາງ.

ຢູ່ທີ່ກອງປະຊຸມ, ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທ່ານນາຍົກ ຮຽກຮ້ອງ ໃຫ້ ບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ ສືບຕໍ່ ເຊື່ອມຊຶມຍຶດໝັ້ນເປົ້າໝາຍ ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄຟເງິນເຟີ້, ຊຸກຍູ້ເສີມຂະຫຍາຍ, ຮັບປະກັນ ບັນດາຄວາມດຸ່ນດ່ຽງໃຫຍ່ພື້ນຖານເສດຖະກິດ. ໃນນັ້ນ, ທ່ານນາຍົກ ເນັ້ນໜັກວ່າ ຮຽກຮ້ອງຕ້ອງຊຸກຍູ້ການລົງທຶນລັດໃຫ້ແຂງແຮງກວ່າເກົ່າ, ຂຸ້ນຂ້ຽວກວ່າເກົ່າ, ມີໝາກຜົນຫຼາຍກວ່າເກົ່າ, ຍົກສູງຄຸນະພາບການລົງທຶນລັດ, ເສີມຂະຫຍາຍບົດບາດກຳລັງເສີມຂະຫຍາຍ

This site is protected by reCAPTCHA and the Google Privacy Policy and Terms of Service apply.