ຂ່າວເດັ່ນ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢູງ ພົບປະກັບລັດຖະມົນຕີກະຊວງເສດຖະກິດອຸດສາຫະກຳ ຍີ່ປຸ່ນ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢູງ ພົບປະກັບລັດຖະມົນຕີກະຊວງເສດຖະກິດອຸດສາຫະກຳ ຍີ່ປຸ່ນ

(VOVWORLD) - ໃນຂອບເຂດການໄປປະຕິບັດງານ ຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມອະນາຄົດອາຊີ, ຕອນເຊົ້າວັນທີ 29 ພຶດສະພາ ຢູ່ ນະຄອນຫລວງໂຕກຽວ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິງຢູງ ໄດ້ມີການພົບປະກັບລັດຖະມົນຕີກະຊວງເສດຖະກິດອຸດສາຫະກຳ ຍີ່ປຸ່ນ Muto Yoji.

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິງຢູງ ແລະ ທ່ານລັດຖະມົນຕີ Muto Yoji. (ພາບ: VOV-Tokyo)

ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິງຢູງ ແລະທ່ານລັດຖະມົນຕີ Muto Yoji ຕົກລົງເຫັນດີຊຸກຍູ້ເລື່ອງປະຕິບັດບັນດາຂໍ້ຕົກລົງຮ່ວມມືທີ່ບັນລຸໄດ້ໃນການຢ້ຽມຢາມ ຫວຽດນາມຫວ່າງແລ້ວນີ້ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Ishiba Shigeru. ສອງຝ່າຍກໍ່ຕີລາຄາ ສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງໃນການຮ່ວມມືເສດຖະກິດ, ການຄ້າ ການລົງທຶນ ເປັນຕົ້ນແມ່ນໃນບັນດາຂົງເຂດໃຫມ່ ຄື: ເຕັກໂນໂລຊີ, ນະວັດຕະກຳ.

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢູງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio, ພາບ: VOV-Tokyo

ແລະ ກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢູງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio, ຕ້ອນຮັບທ່ານປະທານກຸ່ມບໍລິສັດ SK, ປະທານຝ່າຍບໍລິຫານກຸ່ມບໍລິສັດ AEON ຂອງຍີ່ປຸ່ນ ແລະມີການພົບປະກັບຜູ້ວ່າການແຂວງ Mie, Ichimi Katsuyuki ເພື່ອປຶກສາຫາລືກ່ຽວກັບບັນດາຂົງເຂດຮ່ວມມືເສດຖະກິດ, ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.