ຂ່າວເດັ່ນ

ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ລົງກວດການຮັບມືກັບສະພາບຝົນຕົກ, ນ້ຳຖ້ວມຢູ່ ແຄງຮວ່າ

ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ລົງກວດການຮັບມືກັບສະພາບຝົນຕົກ, ນ້ຳຖ້ວມຢູ່ ແຄງຮວ່າ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ຮຽກຮ້ອງໃຫ້ບັນດາຫົວໜ່ວຍຕ້ອງລະດົມກຳລັງ, ພາຫະນະຢ່າງສຸດຂີດ, ສົມທົບກັນເພື່ອແກ້ໄຂຜົນເສຍຫາຍທີ່ຕາມມາໃຫ້ໄວທີ່ສຸດໃນ 2 ມື້ຈະມາເຖິງ

(ທ່ານ ໂຮ່ກວັກຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງກວດກາສະພາບຕົວຈິງ)

        ຕໍ່ກັບຄວາມສ່ຽງຖືກນ້ຳຖ້ວມ, ນ້ຳໄຫຼຊຸຢູ່ບັນດາແຂວງ,  ນະຄອນ ແຕ່ນະຄອນ ເຫ້ວ ໄປຮອດແຂວງ ແຄັງຮວ່າ, ຕອນຄ່ຳວັນທີ 18 ພະຈິກ, ທ່ານ ໂຮ່ກວັກຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງກວດສະພາບການດິນເຊາະເຈື່ອນຕົວຈິງ ແລະ ຊີ້ນຳປະຕິບັດວຽກງານຮັບມືກັບສະພາບຝົນຕົກ, ນ້ຳຖ້ວມຢູ່ແຂວງ ແຄງຮວ່າ ຢ່າງຮີບດ່ວນ.

        ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ຮຽກຮ້ອງໃຫ້ບັນດາຫົວໜ່ວຍຕ້ອງລະດົມກຳລັງ, ພາຫະນະຢ່າງສຸດຂີດ, ສົມທົບກັນເພື່ອແກ້ໄຂຜົນເສຍຫາຍທີ່ຕາມມາໃຫ້ໄວທີ່ສຸດໃນ 2 ມື້ຈະມາເຖິງ, ຮັບປະກັບຄວາມປອດໄພໃຫ້ແກ່ປະຊາຊົນ ກໍຄືກຳລັງປະຕິບັດໜ້າທີ່ຢ່າງເດັດຂາດ.

        “ຊັ່ງຊາວິວັດການເຄື່ອນໄຫວຂອງໜອງເກັບນ້ຳໃຫ້ລະອຽດ, ສຸມໃສ່ຮັບປະກັນຄວາມປອດໄພ. ສະເໜີໃຫ້ທາງແຂວງ ຈັດແບ່ງວຽກງານບັນດາຄະນະປະຕິບັດງານຕ້ອງລົງຮາກຖານຕົວຈິງ, ຊີ້ນຳນຳພາ, ຮັບມືຢ່າງທັນການ. ຄາດວ່າ ໃນ 2 ມື້ຈະມາເຖິງຈະສືບຕໍ່ເກີດຝົນຕົກໜັກ”.

        ເນື່ອງໃນໂອກາດນີ້, ທ່ານກໍ່ມອບເງິນຈາກແຫຼ່ງງົບປະມານສຳຮອງຂອງສູນກາງປີ 2025 ຈຳນວນ 50 ຕື້ດົ່ງ, ໜູນຊ່ວຍງົບປະມານໃຊ້ຈ່າຍຮີບດ່ວນໃຫ້ແຂວງ ແຄງຮວ່າ ເພື່ອແກ້ໄຂຜົນເສຍຫາຍທີ່ຕາມມາຍ້ອນຝົນຕົກ, ນ້ຳຖ້ວມ

This site is protected by reCAPTCHA and the Google Privacy Policy and Terms of Service apply.