ຂ່າວເດັ່ນ

ທ່ານຮອງປະທານສະພາແຫ່ງຊາດ ເລມິນຮວານ ພົບປະກັບຫົວໜ້າຄະນະລັດຖະສະພາ ເອີລົບ

ທ່ານຮອງປະທານສະພາແຫ່ງຊາດ ເລມິນຮວານ ພົບປະກັບຫົວໜ້າຄະນະລັດຖະສະພາ ເອີລົບ

(VOVWORLD) - ທ່ານ ເລມິນຮວານ ປາດຖະໜາວ່າ, ສະຫະພາບ ເອີລົບ (ອີຢູ) ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ພັດທະນາພື້ນຖານເສດຖະກິດສີຂຽວ, ຊຸກຍູ້ການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA)

(ທີ່ການພົບປະ)

        ຕອນເຊົ້າວັນທີ 18 ກັນຍາ, ຢູ່ ກົວລາລຳເປີ, ປະເທດ ມາເລເຊຍ, ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 46, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເລມິນຮວານ ໄດ້ພົບປະກັບທ່ານຫົວໜ້າລັດຖະສະພາເອີລົບ Woute Beke.

        ທີ່ການພົບປະ, ທ່ານ ເລມິນຮວານ ປາດຖະໜາວ່າ, ສະຫະພາບ ເອີລົບ (ອີຢູ) ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ພັດທະນາພື້ນຖານເສດຖະກິດສີຂຽວ, ຊຸກຍູ້ການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA), ຍົກເລີກ “ບັດເຫຼືອງ” ສຳລັບສິນໃນນ້ຳທີ່ສົ່ງອອກຂອງ ຫວຽດນາມ ໂດຍໄວ, ໜູນຊ່ວຍການຜັນຂະຫຍາຍບັນດາຂໍ້ກຳນົດກ່ຽວກັບການຕ້ານການທຳລາຍປ່າຂອງ ອີຢູ ກໍຄືວິວັດທະນາການສ້າງປະຊາຄົມ ອາຊຽນ, ສ້າງບັນດາແຜນການກະທຳ ອາຊຽນ - ອີຢູ ກັບບັນດາຍຸດທະສາດຮ່ວມມືຂອງ ອາຊຽນ ໃຫ້ມີຄວາມສະໜິດຕິດພັນກັນຫຼາຍກວ່າອີກ.

        ສ່ວນທ່ານ Woute Beke ເນັ້ນໜັກເຖິງການຜັນຂະຫຍາຍສັນຍາການຄ້າເສລີ ອີຢູ - ຫວຽດນາມ ໃນໄລຍະຜ່ານມາບັນລຸໄດ້ປະສິດທິຜົນ ແລະ ໃຫ້ຮູ້ວ່າ ສັນຍານີ້ແມ່ນຕົວຢ່າງທີ່ເປັນແບບຢ່າງໃກ້ແກ່ການເຈລະຈາລະຫວ່າງ ອີຢູ ກັບບັນດາຄູ່ຮ່ວມມືອື່ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.