ຂ່າວເດັ່ນ

ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟຸ່ງກວກຫຽນ ຕ້ອນຮັບ ປະທານກຳມາທິການຍຸດຕິທຳ ລາວ

ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟຸ່ງກວກຫຽນ ຕ້ອນຮັບ ປະທານກຳມາທິການຍຸດຕິທຳ ລາວ

(VOVWORLD) - ຕອນບ່າຍວັນທີ 26 ມິຖຸນາ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟຸ່ງກວກຫຽນ ໄດ້ຕ້ອນຮັບ ທ່ານປະທານກຳມາທິການຍຸດຕິທຳ ຂອງສະພາແຫ່ງຊາດລາວ ບົວຄຳ ທິບພາວົງ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

 ບັນດາຜູ້ແທນຖ່າຍຮູບທີ່ລະນຶກພາຍຫຼັງການຕ້ອນຮັບ

ນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວກຫຽນ ຢືນຢັນວ່າ: ການຢ້ຽມຢາມຄັ້ງນີ້ແມ່ນໂອກາດເພື່ອໃຫ້ 2 ກຳມາທິການຕຸລາການຍຸດຕິທຳ ຂອງສະພາແຫ່ງຊາດ ສອງປະເທດ ຮ່ວມກັນແລກປ່ຽນ, ສຶກສາບົດຮຽນເຊິ່ງກັນ ແລະ ກັນ; ເພີ່ມທະວີການພົວພັນຮ່ວມມືມິດຕະພາບ ລະຫວ່າງສອງປະເທດ. ດ້ວຍຖານະຕຳແໜ່ງເປັນປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ຫວຽດນາມ-ລາວ, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວກຫຽນໃຫ້ຄຳໝັ້ນສັນຍາວ່າ: ຈະປະກອບສ່ວນຈົນສຸດຄວາມສາມາດຂອງຕົນ ແນໃສ່ເພີ່ມທະວີການພົວພັນແລກປ່ຽນ, ຊຸກຍູ້ການຮ່ວມມືລະຫວ່າງສະມາຊິກສະພາແຫ່ງຊາດ ສອງປະເທດ ແລະ ຄວາມສາມັກຄີມິດຕະພາບລະຫວ່າງ ຫວຽດນາມ-ລາວ. ທ່ານ ບົວຄຳ ທິບພາວົງ ປາຖະໜາເພີ່ມທະວີການແລກປ່ຽນ, ຮ່ວມມືລະຫວ່າງ 2 ກຳມາທິການຍຸດຕິທຳ ຂອງສະພາແຫ່ງຊາດ ສອງປະເທດໃນວຽກງານກຳນົດກົນໄກ, ສົມທົບ ແລະ ຕິດຕາມກວດກາຜົນຂອງການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍໃນຂົງເຂດຍຸດຕິທຳ, ການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງຢູ່ຫວຽດນາມ, ກໍ່ຄືແບບວິທີການຄົ້ນຄວ້າ, ຄຳຮ້ອງທຸກ, ຄຳຮ້ອງຂໍຄວາມເປັນທຳຂອງກຳມາທິການຍຸດຕິທຳ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ. 

This site is protected by reCAPTCHA and the Google Privacy Policy and Terms of Service apply.