ຂ່າວເດັ່ນ

ທ່ານປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໂດ​ວັນ​ຈຽນ ຢ້ຽມ​ຢາມ​ໂຮງ​ຮຽນ​ສອງ​ພາ​ສາ ລາວ ຫວຽດ ຫງວຽນ​ຢຸ

ທ່ານປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໂດ​ວັນ​ຈຽນ ຢ້ຽມ​ຢາມ​ໂຮງ​ຮຽນ​ສອງ​ພາ​ສາ ລາວ ຫວຽດ ຫງວຽນ​ຢຸ

(VOVWORLD) -ທ່ານໂດວັນຈຽນ ຫວັງວ່າໝູ່ຄະນະພະນັກງານ, ຄູສອນຈະສືບຕໍ່ສ້າງໂຮງຮຽນກາຍເປັນສະຖານທີ່ ທີ່ໄດ້ຮັບການຄວາມໄວ້ວາງໃຈຈາກພໍ່ແມ່ພີ່ນ້ອງນັກຮຽນ.

ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນມອບເຄື່ອງຄອມພິວເຕີ  ແລະ ເຄື່ອງພິມ 5 ຊຸດ ໃຫ້ໂຮງຮຽນ ສອງພາສາ ລາວ - ຫວຽດ ຫງວຽນຢູ

ໃນຂອບເຂດໂຄງການຢ້ຽມຢາມມິດຕະພາບລາວ ຢ່າງເປັນທາງການ, ຕອນເຊົ້າວັນທີ 28 ກໍລະກົດ ຢູ່ນະຄອນຫຼວງວຽງຈັນ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ໄດ້ໄປຢ້ຽມຢາມໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢຸ.

ທ່ານໂດວັນຈຽນ ຫວັງວ່າໝູ່ຄະນະພະນັກງານ, ຄູສອນຈະສືບຕໍ່ສ້າງໂຮງຮຽນກາຍເປັນສະຖານທີ່ ທີ່ໄດ້ຮັບການຄວາມໄວ້ວາງໃຈຈາກພໍ່ແມ່ພີ່ນ້ອງນັກຮຽນ. ທ່ານໂດວັນຈຽນ ໄດ້ມອບເຄື່ອງຄອມພິວເຕີ  ແລະ ເຄື່ອງພິມ 5 ຊຸດ ໃຫ້ໂຮງຮຽນ ສອງພາສາ ລາວ - ຫວຽດ ຫງວຽນຢູ.

ໂດຍນອນຢູ່ໃນບໍລິເວນ ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢຸ ໄດ້ກໍ່ສ້າງແຕ່ປີ 2005. ໂຮງຮຽນໂດຍສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນຄຸ້ມຄອງ, ພາຍໃຕ້ການຊີ້ນຳກັບດ້ານວິຊາການ ຂອງກະຊວງສຶກສາ ແລະ ກິລາ ລາວ. ປັດຈຸບັນ, ໂຮງຮຽນມີນັກຮຽນ 1000 ກ່ວາຄົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.