ຂ່າວເດັ່ນ

ທ່ານປະທານາທິບໍດິ ອາເມລິກາ ບໍ່ຕໍ່ກຳນົດເວລາໂຈະພາສີອາກອນພາຍຫຼັງວັນທີ 09 ກໍລະກົດ

ທ່ານປະທານາທິບໍດິ ອາເມລິກາ ບໍ່ຕໍ່ກຳນົດເວລາໂຈະພາສີອາກອນພາຍຫຼັງວັນທີ 09 ກໍລະກົດ

(VOVWORLD) - ຝ່າຍ ອາເມລິກາ ຈະສົ່ງຈົດໝາຍເຖິງບັນດາຄູ່ຄ້າໃຫຍ່ “ໂດຍໄວ” ກ່ອນຮອດກຳນົດເວລາສຸດທ້າຍ.

ທ່ານປະທານາທິບໍດີ ອາເມລິກາ Donald Trump
(ພາບ: THX/TTXVN)

        ວັນທີ 29 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຢຶນຢັນວ່າ ບໍ່ມີແຜນການຕໍ່ກຳນົດເວລາຄຳສັ່ງການໂຈະການຈັດວາງພາສີໃນຮອບເວລາ 90 ວັນຕໍ່ກັບບັນດາປະເທດເກືອບທັງໝົດພາຍຫຼັງວັນທີ 09 ກໍລະກົດ, ເຊິ່ງແມ່ນຈຸດເວລາສິ້ນສຸດໃນໄລຍະເຈລະຈາທີ່ທ່ານໄດ້ກຳນົດ. ບັນດາການນຳ ອາເມລິກາ ໄດ້ກ່າວເຕືອນວ່າ ມາດຕະການລົງໂທດດ້ານການຄ້າຈະມີຜົນສັກສິດຖ້າຫາກບັນດາປະເທດບໍ່ສາມາດບັນລຸໄດ້ຂໍ້ຕົກລົງກັບ ອາເມລິກາ.

        ທ່ານ Donald Trump ເນັ້ນໜັກວ່າ, ຝ່າຍ ອາເມລິກາ ຈະສົ່ງຈົດໝາຍເຖິງບັນດາຄູ່ຄ້າໃຫຍ່ “ໂດຍໄວ” ກ່ອນຮອດກຳນົດເວລາສຸດທ້າຍ. ອາເມລິກາ ໄດ້ເຮັດວຽກກັບ 18 ຄູູ່ຄ້າຫຼັກແຫຼ່ງ ແລະ ເລີ່ມເຄື່ອນໄຫວບັນດາການເຈລະຈາກັບກວ່າ 20 ພື້ນຖານເສດຖະກິດອື່ນ. ແຕ່ເຖິງຢາງໃດກໍ່ຕາມ, ມາຮອດປະຈຸບັນ, ພຽງແຕ່ບັນລຸໄດ້ຂໍ້ຕົກລົງກັບ ອັງກິດ ແລະ ກອບຂໍ້ຕົກລົງກັບ ຈີນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.