ຂ່າວເດັ່ນ

ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ດຳເນີນການໂອ້ລົມສົນທະນາ

ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ດຳເນີນການໂອ້ລົມສົນທະນາ

(VOVWORLD) - 2 ຝ່າຍອາດຈະລົງນາມໃນຂໍ້ຕົກລົງດ້ານການຄ້າໃນວັນທີ 30 ຕຸລາ ນີ້, ພ້ອມທັງຫວັງວ່າ 2 ປະເທດຈະມີການພົວພັນຍາວນານອັນດີງາມ.

        ຕອນເຊົ້າວັນທີ 30 ຕຸລາ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເລີ່ມດຳເນີນການໂອ້ລົມສົນທະນາແບບເຊິ່ງໜ້າຢູ່ນະຄອນ Busan, ສ.ເກົາຫຼີ.

        ທ່ານປະທານາທິບໍດີ Donald Trump ສະແດງຄວາມເຊື່ອໝັ້ນວ່າ “ການພົບປະຈະສົບຜົນສຳເລັດທີ່ສຸດ” ແລະ ໃຫ້ຮູ້ຕື່ມອີກວ່າ 2 ຝ່າຍອາດຈະລົງນາມໃນຂໍ້ຕົກລົງດ້ານການຄ້າໃນວັນທີ 30 ຕຸລາ ນີ້, ພ້ອມທັງຫວັງວ່າ 2 ປະເທດຈະມີການພົວພັນຍາວນານອັນດີງາມ.

        ສ່ວນທ່ານປະທານປະເທດ ສີຈິ້ນຜິງ ເນັ້ນໜັກວ່າ ເລື່ອງ ອາເມລິກາ - ຈີນ ຍັງຄົງຕົວຄວາມບໍ່ລົງລອຍກັນຈຳນວນໜຶ່ງແມ່ນສິ່ງທີ່ບໍ່ສາມາດຫຼີກລ່ຽງໄດ້. ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ຖືວ່າ ຕໍ່ໜ້າບັນດາສິ່ງທ້າທາຍນັ້ນ, ທ່ານ ແລະ ທ່ານປະທານາທິບໍດີ Donald Trump ກໍ່ຕ້ອງກຳນົດທິດເດີນທີ່ຖືກຕ້ອງ, ກຳແໜ້ນສະພາບການລວມ ເພື່ອໃຫ້ການພົວພັນ ຈີນ - ອາເມລິກາ ສືບຕໍ່ກ້າວຂຶ້ນຢ່າງມີສະຖຽນລະພາບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.