ຂ່າວເດັ່ນ

ທ່ານປະທານາທິບໍດີ ອາເມລິກາ Donald Trump ປະຕິເສດຂໍ້ຕົກລົງຢຸດຍິງກັບ ອີຣານ

ທ່ານປະທານາທິບໍດີ ອາເມລິກາ Donald Trump ປະຕິເສດຂໍ້ຕົກລົງຢຸດຍິງກັບ ອີຣານ

(VOVWORLD) - ທ່ານ Donald Trump ໃຫ້ຮູ້ວ່າ ອາເມລິກາ ອາດສາມາດດຳເນີນການໂອ້ລົມເຈລະຈາ, ແຕ່ບໍ່ຢາກຢຸດຍິງ ແລະ ບໍ່ສາມາດຢຸດຍິງ.

ທ່ານ Donald Trump, ປະທານາທິບໍດີ ອາເມລິກາ
(ພາບ: REUTERS/Nathan Howard)

ວັນທີ 20 ມີນາ, ເປັນມື້ທີ 21 ຂອງການສູ້ຮົບຢູ່ ຕາເວັນອອກກາງ, ສື່ມວນຊົນ ອິດສະຣາແອັນ ໃຫ້ຮູ້ວ່າ ໄລ່ຮອດຕອນບ່າຍ, ອີຣານ ໄດ້ດຳເນີນການບຸກໂຈມຕີດ້ວຍລູກສອນໄຟນຳວິຖີເຂົ້າໃສ່ຜືນແຜ່ນຂອງ ອິດສະຣາແອັນ 7 ຄັ້ງ. ລູກສອນໄຟຂອງ ອີຣານ ສ່ວນຫຼາຍໄດ້ຖືກລະບົບປ້ອງກັນອາກາດຕີສະກັດ ຫຼື ຕົກໃສ່ເຂດດິນເປົ່າຫວ່າງ. ບົດລາຍງານໃນເບື້ອງຕົ້ນໄດ້ຮັບຮູ້ວ່າ ມີພົນລະເມືອງຈຳນວນໜຶ່ງຖືກຮັບບາດເຈັບ ແລະ ກິດຈະກຳພົນລະເຮືອນຈຳນວນໜຶ່ງຖືກເປ່ເພເສຍຫາຍ.

ໃນຂະນະນັ້ນ, ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ແຈ້ງໃຫ້ຊາບວ່າ ກອງທັບອາກາດຂອງປະເທດນີ້ໄດ້ເປີດບັ້ນບຸກໂຈມຕີຂອບຂະໜາດໃຫຍ່ ທຳລາຍມ້າງບັນດາຮາກຖານອຳນາດການປົກຄອງຂອງ ອີຣານ ຢູ່ນະຄອນ Nur, ຂຶ້ນກັບເຂດທາງທິດຕາເວັນຕົກສ່ຽງເໜືອຂອງປະເທດນີ້. IDF ກໍ່ຢັ້ງຢືນວ່າ ທ່ານ Ali Mohammad Naini, ໂຄສົກຂອງກຳລັງປ້ອງກັນປະຕິວັດອິດສະລາມ ອີຣານ (IRCG) ໄດ້ເສຍຊີວິດໃນການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ.

ໃນວັນທີ 20 ມີນາ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ຖະແຫຼງບໍ່ສະໜັບສະໜູນຂໍ້ຕົກລົງຢຸດຍິງໃນການສູ້ຮົບລະຫວ່າງ ອາເມລິກາ ແລະ ອິດສະຣາແອັນ ກັບ ອີຣານ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ທຳນຽບຂາວ, ທ່ານ Donald Trump ໃຫ້ຮູ້ວ່າ ອາເມລິກາ ອາດສາມາດດຳເນີນການໂອ້ລົມເຈລະຈາ, ແຕ່ບໍ່ຢາກຢຸດຍິງ ແລະ ບໍ່ສາມາດຢຸດຍິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.