ຂ່າວເດັ່ນ

ທ່ານປະທານາທິບໍດີ ອາເມລິກາ D.Trump ປົກປ້ອງການຜັນຂະຫຍາຍທະຫານເຖິງ Los Angeles

ທ່ານປະທານາທິບໍດີ ອາເມລິກາ D.Trump ປົກປ້ອງການຜັນຂະຫຍາຍທະຫານເຖິງ Los Angeles

(VOVWORLD) - ທ່ານຖືວ່າ ມາດຕະການດັ່ງກ່າວແມ່ນມີຄວາມຈຳເປັນ ເພື່ອຄວບຄຸມສະພາບການ ໃນສະພາວະບັນດາການແຫ່ຂະບວນປະທ້ວງຢູ່ທີ່ນີ້ສືບຕໍ່ເຄັ່ງຕຶງຂຶ້ນ.

ກຳລັງພິທັກຮັກສາແຫ່ງຊາດ ອາເມລິກາ
(ພາບ: Reuters)

        ວັນທີ 10 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ກ່າວປົກປ້ອງຂໍ້ຕົກລົງຜັນຂະຫຍາຍກຳລັງທະຫານເຮືອຍົກພົນຂຶ້ນບົກໄປນະຄອນ Los Angeles, ລັດ California, ທ່ານຖືວ່າ ມາດຕະການດັ່ງກ່າວແມ່ນມີຄວາມຈຳເປັນ ເພື່ອຄວບຄຸມສະພາບການ ໃນສະພາວະບັນດາການແຫ່ຂະບວນປະທ້ວງຢູ່ທີ່ນີ້ສືບຕໍ່ເຄັ່ງຕຶງຂຶ້ນ.

        ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານປະທານາທິບໍດີ Trump ຖືວ່າ, ຖ້າບໍ່ຜັນຂະຫຍາຍກຳລັງເພື່ອແຊກແຊງ, ປະຈຸບັນນະຄອນ Los Angeles ຖືກຕົກເຂົ້າສູ່ສະພາບວຸ້ນວາຍຢ່າງຮ້າຍແຮງແລ້ວ. ທ່ານເນັ້ນໜັກວ່າ, ກຳລັງພິທັກຮັກສາແຫ່ງຊາດສືບຕໍ່ປະຈຳການໄວຢູ່ນະຄອນນີ້ຈົນຮອດສະພາບການເປັນປົກກະຕິ.

        ນອກນັ້ນ, ທ່ານກໍ່ຍັງຊັງຊາການນຳໃຊ້ກົດໝາຍວ່າດ້ວຍການລຸກຮື້ຂຶ້ນ (Insurrection Act) - ເຊິ່ງເປັນກົດໝາຍໄດ້ປະກາດໃຊ້ກ່ອນນີ້ນັບຮັບຮ້ອຍປີທີ່ອະນຸຍາດໃຫ້ກອງທັບ ອາເມລິກາ ແຊກແຊງໂດຍກົງເຂົ້າການເຄື່ອນໄວປະຕິບັດກົດໝາຍພົນລະເຮືອນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.