ຂ່າວເດັ່ນ

ທ່ານປະທານາທິບໍດີ ອາເມລິກາ ຖະແຫຼງພ້ອມແລ້ວທີ່ຈະດຳເນີນການເຈລະຈາກັບປະທານາທິບໍດີ ເວເນຊູເອລາ

ທ່ານປະທານາທິບໍດີ ອາເມລິກາ ຖະແຫຼງພ້ອມແລ້ວທີ່ຈະດຳເນີນການເຈລະຈາກັບປະທານາທິບໍດີ ເວເນຊູເອລາ

(VOVWORLD) - ເລື່ອງຜັນຂະຫຍາຍທະຫານ ອາເມລິກາ ຢູ່ເຂດທະເລ Caribe ເພື່ອແນໃສ່ສະກັດກັ້ນບັນດາຜູ້ຄ້າຂາຍຢາເສັບຕິດເຂົ້າ ອາເມລິກາ.

        ວັນທີ 16 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ອຳນາດການປົກຄອງຂອງທ່ານແລ້ວທີ່ຈະດຳເນີນການເຈລະຈາກັບທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro, ຜູ້ທີ່ພວມປະເຊີນໜ້າກັບຄວາມກົດດັນທີ່ນັບມື້ນັບເພີ່ມຂຶ້ນ ເມື່ອ ອາເມລິກາ ຜັນຂະຫຍາຍກຳລັງການທະຫານຈຳນວນຫຼາຍຢູ່ເຂດທະເລ Caribe. ທ່ານ Donald Trump ກໍ່ໄດ້ຍົກອອກຂໍ້ມູນຕື່ມອີກກ່ຽວກັບການເຈລະຈາກັບທ່ານປະທານາທິບໍດີ ເວເນຊູເອລາ ແຕ່ຢືນຢັນວ່າ ເລື່ອງຜັນຂະຫຍາຍທະຫານ ອາເມລິກາ ຢູ່ເຂດທະເລ Caribe ເພື່ອແນໃສ່ສະກັດກັ້ນບັນດາຜູ້ຄ້າຂາຍຢາເສັບຕິດເຂົ້າ ອາເມລິກາ.

        ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ໃຫ້ຮູ້ວ່າ, ກະຊວງການຕ່າງປະເທດ ອາເມລິກາ ຈະຈັດອົງການ Cartel de los Soles, ມີສຳນັກງານຢູ່ ເວເນຊູເອລາ, ແມ່ນ “ອົງການກໍ່ການຮ້າຍຕ່າງປະເທດ”, ສິ່ງດັ່ງກ່າວໝາຍຄວາມວ່າ ຜູ້ໃດຢູ່ ອາເມລິກາ ສະໜອງວັດຖຸອຸປະກອນໃຫ້ອົງການນີ້ລ້ວນແຕ່ແມ່ນອາດຊະຍາກຳ. 

This site is protected by reCAPTCHA and the Google Privacy Policy and Terms of Service apply.