ຂ່າວເດັ່ນ

ທ່ານປະທານາທິບໍດີ ອາເມລິກາ ຢືນຢັນຈະພົບປະກັບທ່ານປະທານາທິບໍດີ ລັດເຊຍ ຢູ່ ຊະອຸດີ ອາຣັບບີ ໂດຍໄວ

ທ່ານປະທານາທິບໍດີ ອາເມລິກາ ຢືນຢັນຈະພົບປະກັບທ່ານປະທານາທິບໍດີ ລັດເຊຍ ຢູ່ ຊະອຸດີ ອາຣັບບີ ໂດຍໄວ

(VOVWORLD) - ທ່ານ Donald Trump ໃຫ້ຮູ້ວ່າ, ການພົບປະຈະດຳເນີນຢູ່ ຊະອຸດີ ອາຣັບບີ ແຕ່ບໍ່ເຜີຍເວລາລະອຽດ.

ວັນທີ 16 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump, ຢືນຢັນວ່າຈະພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໂດຍໄວ, ເພື່ອປຶກສາຫາລືເລື່ອງຢຸດຕິການປະທະກັນຢູ່ ຢູແກຼນ. ທ່ານ Donald Trump ໃຫ້ຮູ້ວ່າ, ການພົບປະຈະດຳເນີນຢູ່ ຊະອຸດີ ອາຣັບບີ ແຕ່ບໍ່ເຜີຍເວລາລະອຽດ. ທ່ານກໍ່ໃຫ້ຮູ້ວ່າ, ພວມຮັກສາການຕິດຕໍ່ຢ່າງແໜ້ນແຟ້ນກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio, ຜູ້ມີໜ້າຢູ່ ຊະອຸດີ ອາຣັບບີ ໃນວັນທີ 17 ກຸມພາ ນີ້, ເພື່ອປຶກສາຫາລືກັບບັນດາເຈົ້າໜ້າທີ່ປະເທດເຈົ້າພາບຕໍ່ເລື່ອງຈັດກອງປະຊຸມສຸດຍອດ ອາເມລິກາ - ລັດເຊຍ. ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ, ທຸກວຽກງານພວມໄດ້ຮັບການຍູ້ໄວ.

“ພວກຂ້າພະເຈົ້າພວມຜັນຂະຫຍາຍທຸກວຽກງານ. ພວກຂ້າພະເຈົ້າພວມມານະພະຍາຍາມບັນລຸໄດ້ສັນຕິພາບກັບ ລັດເຊຍ, ຢູແກຼນ ແລະ ພວມມານະພະຍາຍາມຈົນສຸດຄວາມສາມາດເພື່ອປະຕິບັດສຳເລັດວຽກງານດັ່ງກ່າວ. ນີ້ແມ່ນການປະທະກັນທີ່ບໍ່ຄວນເກີດຂຶ້ນ”.

ໃນຂະນະນັ້ນ, ວັນທີ 16 ກຸມພາ, ຄະນະຜູ້ແທນຂອງ ຢູແກຼນ, ໂດຍທ່ານນາງ Yulia Sryvydenko, ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງເສດຖະກິດ ຢູແກຼນ ນຳໜ້າ, ກໍ່ເດີນທາງມາຮອດ ຊະອຸດີ ອາຣັບບີ ເພື່ອກະກຽມການຢ້ຽມຢາມຂອງທ່ານປະທານາທິບໍດີ Volodymyr Zelensky ໃນຊຸມມື້ຈະມາເຖິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.