ຂ່າວເດັ່ນ

ທ່ານປະທານາທິບໍດີ ສິລັງກາ ເຂົ້າຮ່ວມງານລ້ຽງ, ພົບປະກັບການນຳລັດຖະບານ, ສະພາແຫ່ງຊາດ ຫວຽດນາມ

ທ່ານປະທານາທິບໍດີ ສິລັງກາ ເຂົ້າຮ່ວມງານລ້ຽງ, ພົບປະກັບການນຳລັດຖະບານ, ສະພາແຫ່ງຊາດ ຫວຽດນາມ

(VOVWORLD) - ຕອນຄ່ຳວັນທີ 5 ພຶດສະພາ ຢູ່ສູນກອງປະຊຸມສາກົນ ທີ່ ຮ່າໂນ້ຍ, ເມື່ອເຂົ້າຮ່ວມງານລ້ຽງໂດຍທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເປັນເຈົ້າພາບ, ທ່ານປະທານາທິບໍດີ ສີລັງກາ ສະແດງຄວາມຂອບອົກຂອບໃຈການຕ້ອນຮັບອັນອົບອຸ່ນທີ່ສະຫງວນໃຫ້ແກ່ສ່ວນຕົວທ່ານ ແລະ ຄະນະຜູ້ແທນ ສີລັງກາ.

ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເປັນເຈົ້າພາບ ງານລ້ຽງຂ່ຳນັບຮັບຕ້ອນທ່ານປະທານາທິບໍດີ ສີລັງກາ ຢ້ຽມຢາມທາງລັດຖະກິດ ຫວຽດນາມ. (ພາບ: TTXVN)

ທ່ານເຊື່ອໝັ້ນວ່່າ ບັນດາການແລກປ່ຽນຄຳເຫັນກັບການນຳຫວຽດນາມ ໃນການຢ້ຽມຢາມຄັ້ງນີ້ ຈະເປີດບັນດາແງ່ຫວັງຮ່ວມມືອັນເລິກເຊິ່ງກວ່າອີກ.

ກ່ອນຫນ້ານັ້ນ ເມື່ອພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ການນຳສອງທ່ານ ເຫັນດີໂດຍຖືວ່າ ບົນພື້ນຖານການພົວພັນມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ສອງປະເທດ ຈະປັບປຸງການຮ່ວມມືໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ນຳການພົວພັນຂຶ້ນສູງລະດັບສູງໃຫມ່ ເມື່ອມີເງ່ືອນໄຂ ແລະ ຄວາມເຫັນດີຈາກສອງຝ່າຍ.

ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິນແທງເໝີ້ນ ກໍ່ໄດ້ມີການພົບປະແລກປ່ຽນຄຳເຫັນກັບປະທານາທິບໍດີ ສີລັງກາ Anura Kumara Dissanayaka.

This site is protected by reCAPTCHA and the Google Privacy Policy and Terms of Service apply.