ຂ່າວເດັ່ນ

ທ່ານປະທານາທິບໍດີ Trump ຖະແຫຼງບໍ່ຢາກສືບຕໍ່ເພີ່ມອັດຕາພາສີສຳລັບ ຈີນ

ທ່ານປະທານາທິບໍດີ Trump ຖະແຫຼງບໍ່ຢາກສືບຕໍ່ເພີ່ມອັດຕາພາສີສຳລັບ ຈີນ

(VOVWORLD) - ບັນດາເຈົ້າໜ້າທີ່ທີທ່ານເຊື່ອໝັ້ນວ່າແມ່ນຜູ້ຕາງໜ້າໃຫ້ແກ່ທ່ານ ສີຈິ້ນຜິງ ໄດ້ເລີ່ມຊອກຫາວິທີເພື່ອດຳເນີນການເຈລະຈາກັບ ອາເມລິກາ.

ວັນທີ 17 ເມສາ (ຕາມເວລາທ້ອງຖິ່ນ), ກ່າວຄຳເຫັນຕໍ່ວົງການນັກຂ່າວທີ່ຫ້ອງເຮັດວຽກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ, ທ່ານບໍ່ຢາກສືບຕໍ່ເພີ່ມອັດຕາພາສີນັ້ນ ແລະ ພາດພິງວ່າ ທ່ານອາຈະຊັ່ງຊາເລື່ອງຫຼຸດອັດຕາພາສີ.

        “ຮອດຈຸດເວລາໃດໜຶ່ງ, ຂ້າພະເຈົ້າບໍ່ຢາກມັນເພີ່ມຂຶ້ນອີກ ຍ້ອນຮອດເວລາໃດໜຶ່ງ, ເພື່ອນຈະເຮັດໃຫ້ທຸກຄົນບໍ່ຢາກຊື້ເຄື່ອງອີກ. ສະນັ້ນ, ຂ້າພະເຈົ້າອາດຈະຄິດວ່າຈະບໍ່ເພີ່ມອັດຕາພາສີຕື່ມອີກ, ຫຼື ຊ້ຳບໍ່ໜຳແມ່ນບໍ່ຢາກເພີ່ມຂຶ້ນເຖິງອັດຕານັ້ນ. ຂ້າພະເຈົ້າອາດຈະຫຼຸດລົງຕ່ຳກວ່າເພື່ອຜູ້ບໍລິໂພກ”.

        ທ່ານ Donald Trump ໃຫ້ຮູ້ວ່າ, ບັນດາເຈົ້າໜ້າທີ່ທີທ່ານເຊື່ອໝັ້ນວ່າແມ່ນຜູ້ຕາງໜ້າໃຫ້ແກ່ທ່ານ ສີຈິ້ນຜິງ ໄດ້ເລີ່ມຊອກຫາວິທີເພື່ອດຳເນີນການເຈລະຈາກັບ ອາເມລິກາ.

        ທ່ານ Donald Trump ໄດ້ເພີ່ມອັດຕາພາສີໃໝ່ໃສ່ສິນຄ້າເກືອບທັງໝົດທີ່ນຳເຂົ້າຈາກ ຈີນ ຂຶ້ນ 145%, ໃນຂະນະນັ້ນ, ປັກກິງ ໄດ້ໂຕ້ຕອບດ້ວຍການຈັດວາງອັດຕາພາສີສຳລັບ ອາເມລິກາ ແມ່ນ 125%. ເຖິງວ່າ, ອັດຕາພາສີອາກອນລະຫວ່າງ 2 ປະເທດໄດ້ເພີ່ມຂຶ້ນລະດັບສູງແລ້ວ, ແຕ່ 2 ຝ່າຍຍັງສະແດງໃຫ້ເຫັນຫຼັກໝັ້ນແຂງກະດາງພໍສົນຄວນຢູ່.

This site is protected by reCAPTCHA and the Google Privacy Policy and Terms of Service apply.