ຂ່າວເດັ່ນ

ທ່ານປະທານປະເທດ ເລືອງເກື່ອງ ເດີນທາງໄປເຂົ້າຮ່ວມສັບປະດາສຸດຍອດ APEC 2025

ທ່ານປະທານປະເທດ ເລືອງເກື່ອງ ເດີນທາງໄປເຂົ້າຮ່ວມສັບປະດາສຸດຍອດ APEC 2025

(VOVWORLD) - ທ່ານປະທານປະເທດເຂົ້າຮ່ວມສັບປະດາສຸດຍອດ APEC ແມ່ນບາດກ້າວຜັນຂະຫຍາຍສຳຄັນໃນແນວທາງການຕ່າງປະເທດ ແລະ ບັນດາແຜນນະໂຍບາຍ, ຄຳຕັດສິນນະໂຍບາຍໃຫຍ່ຂອງພັກ ແລະ ລັດ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ

ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ
(ພາບປະກອບ: VGP)

        ຕອນເຊົ້າວັນທີ 29 ຕຸລາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ເລີ່ມຕົ້ນການເຂົ້າຮ່ວມສັບປະດາສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2025 ຢູ່ນະຄອນ Gyeongju ແລະ ເຮັດວຽກ 2 ຝ່າຍຢູ່ ສ.ເກົາຫຼີ ຕາມຄຳເຊີນຂອງທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ແຕ່ວັນທີ 29 ຕຸລາ ຮອດວັນທີ 01 ພະຈິກ.

        ຕອບສຳພາດຕໍ່ສື່ມວນຊົນກ່ອນການໄປປະຕິບັດງານໃນຄັ້ງນີ້ຂອງທ່ານປະທານປະເທດ ເລືອງເກື່ອງ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນມິນຮັ່ງ, ຢືນຢັນວ່າ:

        “ທ່ານປະທານປະເທດເຂົ້າຮ່ວມສັບປະດາສຸດຍອດ APEC ແມ່ນບາດກ້າວຜັນຂະຫຍາຍສຳຄັນໃນແນວທາງການຕ່າງປະເທດ ແລະ ບັນດາແຜນນະໂຍບາຍ, ຄຳຕັດສິນນະໂຍບາຍໃຫຍ່ຂອງພັກ ແລະ ລັດ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່, ສືບຕໍ່ປະຕິບັດບາດກ້າວຫັນປ່ຽນດ້ານຈິນຕະນາການ ແລະ ວິທີສຳພັດໃໝ່ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ. ທ່ານປະທານປະເທດ ຈະພ້ອມກັບການນຳ APEC ປຶກສາຫາລືບັນດາບັນຫາໃຫຍ່ທີ່ວາງອອກຕໍ່ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ທົ່ວໂລກ ແລະ ຫຼາຍຂົງເຂດອື່ນ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.