ຂ່າວເດັ່ນ

ທ່ານປະທານປະເທດ ເລືອງເກື່ອງ ເປັນປະທານວາລະປະຊຸມເທື່ອທີ 3, ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ

ທ່ານປະທານປະເທດ ເລືອງເກື່ອງ ເປັນປະທານວາລະປະຊຸມເທື່ອທີ 3, ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ

(VOVWORLD) - ວາລະປະຊຸມຄັ້ງນີິ້ໄດ້ເຮັດແຈ້ງ, ເພີ່ມເຕີມ, ສະເໜີມາດຕະການແກ້ໄຂກ່ຽວກັບການປະຕິຮູບຕຸລາການ, ການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ.

(ທ່ານປະທານປະເທດ ເລືອງເກື່ອງ ກ່າວຄຳເຫັນທີ່ວາລະປະຊຸມ)

        ຕອນເຊົ້າວັນທີ 25 ທັນວາ, ຢູ່ ຮ່າໂນ້ຍ, ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ໄດ້ຈັດວາລະປະຊຸມເທື່ອທີ 3 ປີ 2025. ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ, ຫົວໜ້າຄະນະຊີ້ນຳ, ເປັນປະທານວາລະປະຊຸມ.

        ພາຍຫຼັງທີ່ຮັບຟັງບັນດາບົດລາຍງານ ແລະ ຄຳເຫັນປະກອບຂອງບັນດາຜູ້ແທນ, ຂໍ້ສະຫຼຸບທີ່ວາລະປະຊຸມ, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ, ວາລະປະຊຸມຄັ້ງນີິ້ໄດ້ເຮັດແຈ້ງ, ເພີ່ມເຕີມ, ສະເໜີມາດຕະການແກ້ໄຂກ່ຽວກັບການປະຕິຮູບຕຸລາການ, ການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ. ທ່ານສະເໜີໜ້າທີ່ປະຕິຮູບຕຸລາການອາຍຸການ 2026 – 2031 ຕ້ອງສືບຕໍ່ຊາບຊຶມຢ່າງເລິກເຊິ່ງ ແລະ ຫັນບັນດາແຜນນະໂຍບາຍ, ທັດສະນະຂອງພັກເປັນລະບອບລະບຽບການຢ່າງຄົບຖ້ວນ.

        “ການປະຕິຮູບຕຸລາການຕ້ອງຫັນມະຕິຂອງພັກ, ບັນດາຂໍ້ສະຫຼຸບ, ມະຕິຂອງສູນກາງ, ກົມການເມືອງ, ຄະນະເລຂາທິການກ່ຽວກັບການກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດເປັນລະບອບລະບຽບການ. ແລະ ຕ້ອງຫັນເປັນລະບອບລະບຽບການດ້ວຍເອກະສານ, ແຕ່ສິ່ງສຳຄັນແມ່ນຂອດປະຕິບັດ, ຄວາມເຂົ້າໃຈ, ກຳແໜ້ນໄດ້ ແລະ ປະຕິບັດໃຫ້ຖືກຕ້ອງ… ພ້ອມກັນນັ້ນ, ພວກເຮົາກໍ່ຕ້ອງແກ້ໄຂບັນດາຂໍ້ຕິດຂັດ, ສິ່ງກີດຂວາງການພັດທະນາ. ເມື່ອປະຕິບັດແມ່ນຕ້ອງຄົບຊຸດ, ຮັບເອົາລັກນະສະດີເດັ່ນຂອງຕ່າງປະເທດ ແຕ່ຕ້ອງສອດຄ່ອງກັບລະບອບລະບຽບການ, ຍ້ອນພວກເຮົາແມ່ນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.