ຂ່າວເດັ່ນ

ທ່ານປະທານປະເທດ ເລືອງເກື່ອງ ຕ້ອນຮັບທ່ານປະທານາທິບໍດີ ອາຟະລິກາໃຕ້ Matamela Cyril Ramaphosa

ທ່ານປະທານປະເທດ ເລືອງເກື່ອງ ຕ້ອນຮັບທ່ານປະທານາທິບໍດີ ອາຟະລິກາໃຕ້ Matamela Cyril Ramaphosa

(VOVWORLD) - ພາຍຫຼັງພິທີຕ້ອນຮັບ, ການນຳ 2 ທ່ານໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ 2 ປະເທດດຳເນີນການພົບປະເຈລະຈາ

(ພິທີຕ້ອນຮັບລະດັບຊາດທ່ານປະທານາທິບໍດີ ອາຟະລິກາໃຕ້ Matamela Cyril Ramaphosa)

        ໂດຍຕອບຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ, ຕອນບ່າຍວັນທີ 23 ຕຸລາ, ທ່ານປະທານາທິບໍດີ ສ.ອາຟະລິກາໃຕ້ Matamela Cyril Ramaphosa ໄດ້ເດີນທາງຮອດນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ, ແຕ່ວັນທີ 23 – 24 ຕຸລາ.

        ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ເປັນປະທານພິທີຕ້ອນຮັບລະດັບຊາດທ່ານປະທານາທິບໍດີ ອາຟະລິກາໃຕ້ Matamela Cyril Ramaphosa.

        ພາຍຫຼັງພິທີຕ້ອນຮັບ, ການນຳ 2 ທ່ານໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ 2 ປະເທດດຳເນີນການພົບປະເຈລະຈາ, ຕີລາຄາໝາກຜົນການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມືໃນໄລຍະຈະມາເຖິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.