ຂ່າວເດັ່ນ

ທ່ານປະທານປະເທດ ເລືອງເກື່ອງ ກວດກາວຽກງານກະກຽມ ແລະ ການ ຊ້ອມໃຫຍ່ພິທີເປີດການລົງນາມໃນສົນທິສັນຍາ ຮ່າໂນ້ຍ

ທ່ານປະທານປະເທດ ເລືອງເກື່ອງ ກວດກາວຽກງານກະກຽມ ແລະ ການ ຊ້ອມໃຫຍ່ພິທີເປີດການລົງນາມໃນສົນທິສັນຍາ ຮ່າໂນ້ຍ

(VOVWORLD) - ພາຍຫຼັງກວດກາ, ຮັບຟັງ, ທ່ານປະທານປະເທດ ຕີລາຄາວ່າ ນີ້ແມ່ນເຫດການສຳຄັນພິເສດຂອງ ຫວຽດນາມ. ສະນັ້ນ, ທຸກວຽກງານລ້ວນແຕ່ຕ້ອງປະຕິບັດສຳເລັດຢູ່ລະດັບສູງສຸດ.

(ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄປກວດກາວຽກງານກະກຽມ ແລະ ຊ້ອມໃຫຍ່ພິທີເປີດການລົງນາມໃນສົນທິສັນຍາ)

ຕອນເຊົ້າວັນທີ 23 ຕຸລາ, ຢູ່ຫໍປະຊຸມແຫ່ງຊາດ ຮ່າໂນ້ຍ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ໄປກວດກາວຽກງານກະກຽມ ແລະ ຊ້ອມໃຫຍ່ພິທີເປີດການລົງນາມໃນສົນທິສັນຍາ ແລະ ກອງປະຊຸມຂັ້ນສູງສົນທິສັນຍາຂອງສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາ ຮ່າໂນ້ຍ).

ທີ່ການຊ້ອມໃຫຍ່, ທ່ານປະທານປະເທດ ເລືອງເກື່ອງ ໄດ້ຮັບຟັງບັນດາຫົວໜ່ວຍປະຕິບັດໜ້າທີ່ລາຍງານໂດຍສັງລວມກ່ຽວກັບພິທີດັ່ງກ່າວ. ພາຍຫຼັງກວດກາ, ຮັບຟັງ, ທ່ານປະທານປະເທດ ຕີລາຄາວ່າ ນີ້ແມ່ນເຫດການສຳຄັນພິເສດຂອງ ຫວຽດນາມ. ສະນັ້ນ, ທຸກວຽກງານລ້ວນແຕ່ຕ້ອງປະຕິບັດສຳເລັດຢູ່ລະດັບສູງສຸດ. ທ່ານເນັ້ນໜັກວ່າ:

“ພວກເຮົາຕ້ອງຜັນຂະຫຍາຍຢ່າງສົມກຽດ, ແໜ້ນແຟ້ນ, ເປັນມືອາຊີບ ແລະ ຮັບປະກັນຄວາມປອດໄພຮອບດ້ານ, ຍ້ອນນີ້ເປັນຄັ້ງທຳອິດທີ່ມີສົນທິສັນຍາໃສ່ຊື່ ຮ່າໂນ້ຍ, ຫວຽດນາມ ນັ້ນແມ່ນບັນຫາສຳຄັນພິເສດ. ນີ້ແມ່ນໜ້າທີ່ຄວາມຮັບຜິດຊອບເຊິ່ງພັກ, ລັດ ແລະ ປະຊາຊົນມອບໃຫ້ພວກເຮົາ”. 

This site is protected by reCAPTCHA and the Google Privacy Policy and Terms of Service apply.