ຂ່າວເດັ່ນ

ທ່ານປະທານປະເທດ ເລືອງເກື່ອງ ສົ່ງໂທລະເລກອວຍພອນ ສັນຕະປະປາ ລີໂອ ທີ່ 14

ທ່ານປະທານປະເທດ ເລືອງເກື່ອງ ສົ່ງໂທລະເລກອວຍພອນ ສັນຕະປະປາ ລີໂອ ທີ່ 14

(VOVWORLD) - ວັນທີ 10 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ສົ່ງໂທລະເລກຊົມເຊີຍ.

        ເນື່ອງໃນໂອກາດພະຄາດີນັນ Robert Francis Prevost, ໄດ້ຮັບການເລືອກຕັ້ງເປັນສັນຕະປະປາອົງທີ  267 ຂອງໂຣມັນກາໂຕລິກ, ເອົາຊື່ວ່າ ລີໂອ ທີ່ 14, ວັນທີ 10 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ສົ່ງໂທລະເລກຊົມເຊີຍ.

ເລື່ອງພະຄາດີນັນ Robert Francis Prevost, ອາຍຸ 69 ປີ, ໄດ້ຮັບເລືອກຕັ້ງເປັນສັນຕະປະປາ (ວັນທີ 08 ພຶດສະພາ) ໄດ້ສ້າງຂີດໝາຍເປັນຄັ້ງທຳອິດໃນປະຫວັດສາດທີ່ສະມາຄົມຄຼິດທະສາສະໜາ ມີການນຳເປັນຊາວ ອາເມລິກາ. ສັນຕະປະປາຮູ້ຫຼາຍພາສາຢ່າງຄ່ອງແຄ້ວ, ສາມາດເວົ້າພາສາ ອັງກິດ, ຝລັ່ງ, ອີຕາລີ ແລະ ແອັດສະປາຍ, ແລະ ກໍ່ຮູ້ພາສາ ປອກຕຸຍການ, ພາສາ ລາຕິນ, ເຢຍລະມັນ.

ດ້ວຍຖານະເປັນຜູ້ຮ່ວມງານທີ່ໃກ້ຊິດສະໜິດສະໜົມຂອງສັນຕະປະປາ Francis, ສັນຕະປະປາ ລີໂອ ທີ່ 14 ຖືກຖືວ່າຈະເດີນຕາມເສັ້ນທາງກ້າວໜ້າຂອງຜູ້ດຳລົງຕຳແໜ່ງລຸ້ນກ່ອນ. ໄປຄຽງຄູ່ກັນນັ້ນ, ບັນດາຖະແຫຼງການກ່ອນນີ້ກໍ່ໃຫ້ເຫັນວ່າ ທ່ານອາດຈະຕິດກັບທິດສະດີຂອງສາສະໜາຄຼິດທີ່ເປັນມູນເຊື້ອ.

This site is protected by reCAPTCHA and the Google Privacy Policy and Terms of Service apply.