ຂ່າວເດັ່ນ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກວດກາວຽກງານກະກຽມການເລືອກຕັ້ງຢູ່ ຫາຍຟ່ອງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກວດກາວຽກງານກະກຽມການເລືອກຕັ້ງຢູ່ ຫາຍຟ່ອງ

(VOVWORLD) - ຕອນບ່າຍວັນທີ 26 ກຸມພາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ, ປະທານສະພາເລືອກຕັ້ງແຫ່ງຊາດ, ພ້ອມກັບຄະນະປະຕິບັດງານ ໄດ້ໄປກວດກາການກະກຽມການເລືອກຕັ້ງຢູ່ນະຄອນ ຫາຍຟ່ອງ.

(ທ່ານປະທານສະພາແຫ່ງຊາດ ກ່າວຄຳເຫັນທີ່ການກວດກາ)

        ທີ່ສະຖານທີ່ປ່ອນບັດຂອງຕາແສງ ຫາຍອານ, ນະຄອນ ຫາຍຟ່ອງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ໄດ້ສຳຫຼວດພື້ນຖານວັດຖຸ, ເງື່ອນໄຂເຮັດວຽກຂອງໜ່ວຍເລືອກຕັ້ງ, ກໍຄືວຽກງານຝຶກອົບຮົບໃຫ້ແກ່ສະມາຊິກໜ່ວຍເລືອກຕັ້ງ, ພິເສດແມ່ນບັນດາສະມາຊິກຄົນໃໝ່ທີ່ເຂົ້າຮ່ວມເປັນຄັ້ງທຳອິດ. ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງວ່າ:

“ຂົນຂວາຍຜູ້ມີສິດເລືອກຕັ້ງເຫັນໄດ້ວ່າ ນີ້ແມ່ນວັນບຸນໃຫຍ່ຂອງປະເທດຊາດເວົ້າລວມ ແລະ ຂອງນະຄອນ ຫາຍຟ່ອງ, ຂອງຕາແສງເວົ້າສະເພາະ, ເພື່ອໃຫ້ຜູ້ມີສິດເລືອກຕັ້ງມີສະຕິຄວາມຮັບຜິດຊອບໄປປ່ອນບັດ, ເລືອກເອົາຜູ້ແທນທີ່ເໝາະສົມຈະເປັນສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນນະຄອນ, ສະພາປະຊາຊົນຂອງຕາແສງ. ວຽກງານໂຄສະນາ, ຂົນຂວາຍໃນປະຊາຊົນແມ່ນສຳຄັນທີ່ສຸດ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.