ຂ່າວເດັ່ນ

ຖະແຫຼງການຮ່ວມ ຫວຽດນາມ - ອີຢູ ກ່ຽວກັບການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ຖະແຫຼງການຮ່ວມ ຫວຽດນາມ - ອີຢູ ກ່ຽວກັບການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

(VOVWORLD) - ຖະແຫຼງການຮ່ວມ ຫວຽດນາມ - ອີຢູ ກ່ຽວກັບເລື່ອງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ຖະແຫຼງການຮ່ວມ) ລວມມີ 60 ມາດຕາ.

(ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ແລະ ທ່ານ Antonio Costa, ປະທານສະພາ ເອີລົບ)

        ວັນທີ 29 ມັງກອນ, ຫວຽດນາມ ແລະ ສະຫະພາບ ເອີລົບ (ອີຢູ) ໄດ້ອອກຖະແຫຼງການຮ່ວມກ່ຽວກັບເລື່ອງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

        ຖະແຫຼງການຮ່ວມ ຫວຽດນາມ - ອີຢູ ກ່ຽວກັບເລື່ອງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ຖະແຫຼງການຮ່ວມ) ລວມມີ 60 ມາດຕາ. ເປີດຫົວເລື່ອງ, ຖະແຫຼງການຮ່ວມຍົກໃຫ້ເຫັນແຈ້ງວ່າ ຫວຽດນາມ ແລະ ອີຢູ ຢືນຢັນລະດັບຄວາມສຳຄັນຂອງການພົວພັນຄູ່ຮ່ວມມື ໂດຍອີງໃສ່ຜົນປະໂຫຍດລວມ ແລະ ແບ່ງປັນບັນດາຄຸນຄ່າກ່ຽວກັບສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນະຖາວອນໃນຄວາມເປັນລະບຽບຮຽບຮ້ອຍສາກົນ ໂດຍອີງໃສ່ກົດໝາຍ ບົນພື້ນຖານກົດໝາຍສາກົນ. ຖະແຫຼງການຮ່ວມເນັ້ນໜັກເຖິງການພົວພັນຄູ່ຮ່ວມມືໃໝ່ ຈະຍົກລະດັບການພົວພັນລະຫວ່າງ ຫວຽດນາມ - ອີຢູ ໃຫ້ຂຶ້ນສູ່ລະດັບສູງໃໝ່ບົນຖານະ 2 ຝ່າຍ, ພາກພາກພື້ນ ແລະ ຫຼາຍຝ່າຍ. ໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຫວຽດນາມ ແລະ ອີຢູ ຈະສືບຕໍ່ເຮັດໃຫ້ບັນດາການຮ່ວມມືໃນຫຼາຍຂົງເຂດເລິກເຊິ່ງຂຶ້ນຕື່ມ ແນໃສ່ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ຄວາມວັດທະນາຖາວອນຢູ່ທັງ 2 ພາກພື້ນ ແລະ ໃນໂລກ, ໂດຍສອດຄ່ອງກັບບັນດາຂໍ້ຕົກລົງທີ່ມີຢູ່ແລ້ວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.