ຂ່າວເດັ່ນ

ທັດ​ສະ​ນະ​ທີ່​ແຕກ​ຕ່​າງ​ກັນ​ກ່ອນ​ດຳ​ເນີນ​ການ​ປ່ອນ​ບັດ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ EU - MERCOSUR

ທັດ​ສະ​ນະ​ທີ່​ແຕກ​ຕ່​າງ​ກັນ​ກ່ອນ​ດຳ​ເນີນ​ການ​ປ່ອນ​ບັດ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ EU - MERCOSUR

(VOVWORLD) - ວັນທີ 08 ມັງກອນ, ຊາວກະສິກອນ ຝລັ່ງ ໄດ້ຂັບລົດແກ່ລົດໄຖໄປໃນເຂົ້າບໍລິເວນນະຄອນຫຼວງ ປາຣີ ເພື່ອແຫ່ຂະບວນປະທ້ວງຄັດຄ້ານສັນຍາການຄ້າເສລີລະຫວ່າງ ສະຫະພາບເອີຣົບ (EU) ແລະ ກຸ່ມຕະຫຼາດຮ່ວມ ອາເມລິກາໃຕ້ (MERCOSUR), ໃນສະພາບການ EU ກະກຽມການປ່ອນບັດຮັບຮອງເອົາຂໍ້ຕົກລົງນີ້.

ກຳລັງຕຳຫຼວດຂວາງກັ້ນລົດແກ່ລົດໄຖ ຢູ່ໃກ້ທາດ Eiffel, ວັນທີ 8/1/2026 (ພາບ: REUTERS/Gonzalo Fuentes)

  ໃນຂະນະນັ້ນ, ຢູ່ໃກ້ນະຄອນ Bordeaux ທາງທິດຕາເວັນຕົກສ່ຽງໃຕ້ປະເທດ ຝລັ່ງ ກໍເກີດການແຫ່ຂະບວນປະທ້ວງໜຶ່ງ, ໃນນັ້ນ ຜູ້ມີຄວາມຮັບຜິດຊອບຂອງທ້ອງຖິ່ນໃຫ້ຮູ້ວ່າ ມີລົດລາງພາຫະນະກະເສດປະມານ 40 ຄັນ ໄດ້ຈອດຂວາງກັ້ນຢູ່ທາງເຂົ້າສາງເຊື້ອເພີງ. ຜູ້ແຫ່ຂະບວນປະທ້ວງສະແດງຄວາມວິຕົກກັງວົນວ່າ ສັນຍາສະບັບນີ້ຈະສ້າງຕະຫຼາດແກ້ງແຍ້ງແບບບໍ່ຍຸຕິທຳ, ເຮັດໃຫ້ຜະລິດຕະພັນພາຍໃນປະເທດຖືກກຳລັງກົດດັ່ນຕໍ່ກັບກະແສສິນຄ້າລາຄາຖືກທີ່ມາຈາກບັນດາປະເທດ ອາເມລິກາໃຕ້. ນອກຈາກນັ້ນແລ້ວ, ຊາວກະສິກອນ ຝລັ່ງ ກໍຄັດຄ້ານການຕົກລົງຂອງລັດຖະບານກ່ຽວກັບການທຳລາຍສັດລ້ຽງເພື່ອຮັບມືກັບການແຜ່ລາມຂອງພະຍາດຜິວໜັງງົວອັກເສບ.

ທ່ານນາງ Annie Genevard ລັດຖະມົນຕີກະຊວງກະສິກຳ ຝລັ່ງ ຍອມຮັບວ່າ ຄຳຮຽກຮ້ອງຂອງຊາວກະສິກອນແມ່ນ “ຊອບທຳ”, ແຕ່ຮຽກຮ້ອງໃຫ້ບັນດາຝ່າຍໃຈເຢັນໆ ແລະ ດຳເນີນການໂອ້ລົມສົນທະນາ.

        ຕາມແຜນການແລ້ວ, ບັນດາປະເທດສະມາຊິກ EU ຈະປ່ອນບັດຮັບຮອງເອົາຂໍ້ຕົກລົງການຄ້າເສລີລະຫວ່າງ EU ແລະ MERCOSUR ໃນວັນທີ 09 ກັນຍາ, ເປີດທາງໃຫ້ແກ່ການລົງນາມຢ່າງເປັນທາງການໃນອາທິດໜ້າ.



This site is protected by reCAPTCHA and the Google Privacy Policy and Terms of Service apply.